ເຈົ້າແຂວງຈໍາປາສັກ ຢ້ຽມຢາມ ໂຮງຮຽນສາມັນກິນນອນຊົນເຜົ່າ
30/04/2025

ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງຈຳປາສັກ ໃນວັນທີ 28 ເມສາ 2025 ຜ່ານມາ ໂດຍມີ ທ່ານນາງ ຈັນທອນ ພູວັນໂນ ຜູ້ອຳນວຍການ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງຈຳປາສັກ ພ້ອມດ້ວຍນ້ອງນ້ອຍນັກຮຽນ, ຊາວໜຸ່ມ-ເຍົາວະຊົນ ໃຫ້ການຕ້ອນຮັບ. ທ່ານ ນາງ ຈັນທອນ ພູວັນໂນ ໃຫ້ຮູ້ວ່າ: ໂຮງຮຽນສາມັນກິນນອນຊົນເຜົ່າ ເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີ ລະຫວ່າງ ບັນດາເຜົ່າທີ່ເຕົ້າໂຮມເອົາລູກຫລານ ຂອງປະຊາຊົນບັນດາເຜົ່າ ຈາກຄອບຄົວທີ່ທຸກຍາກຂາດເຂີນ, ເປັນກຳພ້າ-ກຳພອຍ ຢູ່ເຂດຊົນນະບົດຫ່າງໄກສອກຫລີກ ທີ່ດ້ອຍໂອກາດ ທາງດ້ານການສຶກສາ ໂດຍແມ່ນລັດຖະບານລາວເປັນຜູ້ອຸດໜູນ ແລະ ລ້ຽງດູ ຕາມນະໂຍບາຍຂອງລັດຖະບານ ເພື່ອສ້າງນັກຮຽນຊົນເຜົ່າໃຫ້ໄດ້ຕາມ 3 ລັກສະນະ 5 ຫລັກມູນຂອງການສຶກສາ ໂດຍນໍາໃຊ້ຫລັກສູດສາມັນສຶກສາເອກະພາບໃນທົ່ວປະເທດ, ຄຽງຄູ່ກັບການຮຽນແບບຄູ່ຂະໜານ ກັບໂຮງຮຽນເຕັກນິກວິຊາຊີບ ຕາມຫລັກສູດສາມັນວິຊາຊີບ ຂອງກະຊວງສຶກສາທິການ ແລະ ກິລາ.

ໂຮງຮຽນແຫ່ງນີ້ສ້າງຕັ້ງຂຶ້ນແຕ່ປີ 1998-1999 ແລະ ໄດ້ເປີດນຳໃຊ້ໃນປີ 2000, ເຊິ່ງໄດ້ຮັບທຶນຊ່ວຍເຫລືອລ້າຈາກລັດຖະບານ ສສ ຫວຽດນາມ ດ້ວຍມູນຄ່າ 900.000 ໂດລາສະຫະລັດ, ມີເນື້ອທີ່ 5 ເຮັກຕາ, ມີອາຄານ 10 ຫລັງ, ຫ້ອງການຄູ 1 ຫລັງ, ຫ້ອງຮຽນ 3 ຫລັງ, ຫໍພັກນັກຮຽນ 3 ຫລັງ, ຫ້ອງອາຫານ ແລະ ເຮືອນຄົວ 1 ຫລັງ, ສະໂມສອນ 1 ຫລັງ ແລະ ເຮືອນພັກຊ່ຽວຊານ 1 ຫລັງ. ໂຮງຮຽນດັ່ງກ່າວມີຄູ-ອາຈານທັງໝົດ 41 ທ່ານ ຍິງ 21 ທ່ານ ໃນນັ້ນ, ມີຄູຊ່ຽວຊານຫວຽດນາມ ທີ່ມາສອນພາສາຫວຽດນາມ ແຕ່ຊັ້ນ ມ1-ມ7 ມີ 1 ທ່ານ, ມີນັກຮຽນ 872 ຄົນ ຍິງ 468 ຄົນ ໃນນີ້, ນັກຮຽນໃນແຜນ 304 ຄົນ ຍິງ 186 ຄົນ, ນອກແຜນ 568 ຄົນ ຍິງ 302 ຄົນ, ມີຫ້ອງຮຽນ 19 ຫ້ອງ, ມີ 16 ເຜົ່າຍ່ອຍ ແລະ 03 ເຜົ່າໃຫຍ່ຄື: ລາວລຸ່ມ, ລາວເທິງ ແລະ ມອນຂະແມ, ມີ 02 ໝວດພາສາຄື: ໝວດພາສາລາວໄຕ ແລະ ໝວດພາສາມອນຂະແມ.

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມເປັນຫ່ວງເປັນໄຍ ພ້ອມທັງກ່າວໃຫ້ກຳລັງໃຈ ຕໍ່ຄະນະຄູອາຈານ, ນ້ອງນ້ອຍນັກຮຽນ ພ້ອມທັງໄດ້ມອບໝາຍໃຫ້ຄະນະອຳນວຍການໂຮງຮຽນ, ພາກສ່ວນກ່ຽວຂ້ອງ ກວດກາຄືນ ບັນດາແຜນງານ ສ່ວນໃດທີ່ຈັດຕັ້ງປະຕິບັດສຳເລັດ ແລະ ສ່ວນໃດທີ່ຈະຕ້ອງໄດ້ສືບຕໍ່ ໂດຍສະເພາະ ກວດກາຄືນພື້ນຖານໂຄງລ່າງ, ຕຶກອາຄານ ສ່ວນທີ່ຊຸດໂຊມ ຕ້ອງໄດ້ຂຶ້ນແຜນໃນການປັບປຸງ, ກວດກາສະຖານທີ່ ກິນຢູ່ ພັກເຊົາ ຕ້ອງມີຄວາມສະອາດ, ປອດໄພດີ; ແກ້ໄຂລະບົບນ້ຳສະອາດ ນ້ຳກິນ ນ້ຳໃຊ້ ໃຫ້ພຽງພໍ, ຄົ້ນຄວ້າ ສ້າງອາຊີບເສີມ, ສ້າງພາລາທິການກັບທີ່ ສົ່ງເສີມການປູກ, ການລ້ຽງ ເພື່ອສະໜອງຄຸນນະພາບດ້ານອາຫານ ໂພຊະນາການ ທີ່ດີຂຶ້ນ, ຄຽງຄູ່ກັນນັ້ນ ລູກຫລານ, ນ້ອງນ້ອຍນັກຮຽນ ຕ້ອງໄດ້ເອົາໃຈໃສ່ຕັ້ງໃຈໃນການຮ່ຳຮຽນເອົາຄວາມຮູ້, ປະຕິບັດລະບຽບວິໄນ, ສາມັກຄີດີ, ທັດສະນະແຮງງານດີ, ຮັກສາຄວາມສະອາດ ແລະ ມີສະຕິຮັກສາຄວາມປອດໄພ, ປ້ອງກັນອັກຄີໄພ ແລະ ຮັບປະກັນຕາມ 3 ລັກສະນະ 5 ຫລັກມູນຂອງການສຶກສາ. ພ້ອມນີ້, ທ່ານ ອາລຸນໄຊ ສູນນະລາດ ຍັງໄດ້ເອົາເຄື່ອງຫລິ້ນເສີມພັດທະນາການເດັກ ມອບໃຫ້ນ້ອງນ້ອຍນັກຮຽນ ເພື່ອໃຫ້ເດັກໄດ້ເສີມສ້າງຈິນຕະນາການ ແລະ ເສີມສ້າງທັກສະການຮຽນຮູ້ ຕື່ມອີກ.