ແຂວງຈຳປາສັກ ໄດ້ຮັບອຸປະກອນທັນສະໄໝ
02/05/2025

ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຣນ ທັນສະໄໝ ພ້ອມດ້ວຍອຸປະກອນເສີມຈຳນວນ 3 ຊຸດ ໃຫ້ແຂວງຈຳປາສັກ ເພື່ອຮັບໃຊ້ເຂົ້າໃນວຽກງານການສຳຫລວດ, ຕິດຕາມກວດກາ, ວາງແຜນແກ້ໄຂສະພາບໄພພິບັດໃຫ້ທັນການ ແລະ ວຽກງານອື່ນໆ ໄດ້ຕາມເວລາຈິງ (Real-time) ໃນວັນທີ 28 ເມສາ 2025 ຕາງໜ້າມອບໂດຍ ທ່ານ ດວງຕາ ສະໝິງວົງສາ ປະທານ ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ອຸປະກອນທີ່ນຳມາມອບໃນຄັ້ງນີ້ປະກອບມີ: ໂດຣນ DJI Matrice ຮຸ່ນ 30T 1 ຊຸດ, ໂດຣນ DJI Matrice 4T 2 ຊຸດ, ແທັບເລັດ S10 Ultra 5G 1 ເຄື່ອງ ແລະ ອຸປະກອນທັນສະໄໝ ຈຳນວນໜຶ່ງ ລວມມູນຄ່າທັງໝົດ 700 ລ້ານກວ່າກີບ.

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ທີ່ໄດ້ມອບໂດຣນ ພ້ອມດ້ວຍອຸປະກອນທັນສະໄໝ ໃຫ້ແຂວງຈຳປາສັກ ໃນຄັ້ງນີ້, ເຊິ່ງເຫັນໄດ້ເຖິງຄວາມສຳຄັນໃນວຽກງານອັນລວມຂອງຄະນະພັກ-ອົງການປົກຄອງແຂວງ, ເຫັນໄດ້ເຖິງຄວາມສຳຄັນຂອງນະໂຍບາຍຂອງພັກ-ລັດຖະບານ ໃນການຫັນໄປສູ່ທັນສະໄໝ ໂດຍສະເພາະ ຮັບໃຊ້ເຂົ້າໃນການວາງແຜນແກ້ໄຂສະພາບໄພພິບັດ ໃຫ້ທັນການ, ໃຊ້ເຂົ້າໃນວຽກງານການສຳຫລວດ, ຕິດຕາມກວດກາ ແລະ ວຽກງານອື່ນໆ ທັງເປັນການກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ 9 ຂອງອົງຄະນະພັກແຂວງ ທັງເປັນການປະກອນສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເຊິ່ງຄະນະພັກ-ອົງການປົກຄອງແຂວງຈຳປາສັກ ຈະຄຸ້ມຄອງ ນຳໃຊ້ອຸປະກອນດັ່ງກ່າວໃຫ້ເກີດປະໂຫຍດສູງສູດ.