ຫ້ອງວ່າການແຂວງຈຳປາສັກ ປະກາດບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ, ຍົກຍ້າຍພະນັກງານນຳພາ-ຄຸ້ມຄອງໄປຮັບໜ້າທີ່ໃໝ່

08/05/2025

ຫ້ອງວ່າການແຂວງຈຳປາສັກ ປະກາດບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ, ຍົກຍ້າຍພະນັກງານນຳພາ-ຄຸ້ມຄອງໄປຮັບໜ້າທີ່ໃໝ່

        ຫ້ອງວ່າການແຂວງຈຳປາສັກ ຈັດພິທີ ປະກາດບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກຂະແໜງກໍ່ສ້າງຮາກຖານການເມືອງ, ຍົກຍ້າຍພະນັກງານນຳພາ-ຄຸ້ມຄອງໄປຮັບໜ້າທີ່ໃໝ່ ແລະ ປະກາດສັບຊ້ອນພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການແຂວງ, ພິທີດັ່ງກ່າວ ໄດ້ມີຂື້ນໃນວັນທີ 7 ພຶດສະພາ 2025, ທີ່ຫ້ອງວ່າການແຂວງຈຳປາສັກ, ໂດຍການເຂົ້າຮ່ວມຂອງ ທ່ານ ສຸກກະເສີມ ສີຫານຸວົງ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງວ່າການແຂວງ, ມີບັນດາ ເລຂາໜ່ວຍພັກ, ຫົວໜ້າຫ້ອງການອ້ອມຂ້າງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ຕະຫຼອດຮອດ ພະນັກງານ-ລັດຖະກອນ ຂອງ ຫ້ອງວ່າການແຂວງ ທັງໝົດເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງ ເຈົ້າແຂວງຈຳປາສັກ ສະບັບເລກທີ 453/ຈຂ.ຈສ, ລົງວັນທີ 28/04/2025 ວ່າດ້ວຍການຍົກຍ້າຍພະນັກງານນໍາພາ-ຄຸ້ມຄອງ. ຍົກຍ້າຍ ທ່ານ ບຸນທະວີ ສີຫາວົງ ອະດິດຮອງຫົວໜ້າຫ້ອງວ່າການແຂວງ ໄປປະຈຳການຢູ່ ຫ້ອງວ່າການນະຄອນປາກເຊ; ຜ່ານມະຕິຕົກລົງ ຄະນະປະຈຳພັກແຂວງ ສະບັບເລກທີ 333/ຄຈພຂ.ຈສ, ລົງວັນທີ 24/04/2025 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ ຂະແໜງກໍ່ສ້າງຮາກຖານການເມືອງ. ບົ່ງຕົວແຕ່ງຕັ້ງ ສະຫາຍ ບຸນຍົງ ສູນທອນ ເປັນເລຂາໜ່ວຍພັກຂະແໜງກໍ່ສ້າງຮາກຖານການເມືອງ; ຜ່ານຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງໄປຮັບໜ້າທີ່ໃໝ່, ຍົກຍ້າຍ ທ່ານ ບຸນຍົງ ສູນທອນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈຳປາສັກ ມາປະຈຳການຢູ່ຫ້ອງວ່າການແຂວງ ຈຳປາສັກ, ພ້ອມນັ້ນ ໃນພິທີຍັງໄດ້ ຜ່ານຂໍ້ຕົກລົງ ວ່າດ້ວຍການສັບຊ້ອນ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການແຂວງອີກຈຳນວນໜຶ່ງ ຕື່ມອີກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ