ແຂວງຈຳປາສັກ-ກວາງຈິ ຕີລາຄາຄືນການຈັດຕັ້ງແຜນການຮ່ວມມື ສອງຝ່າຍ
09/05/2025

ຄະນະຜູ້ແທນແຂວງຈຳປາສັກ ເຊິ່ງນຳໂດຍ ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ ໄດ້ຕ້ອນຮັບ ຄະນະຜູ້ແທນຂັ້ນສູງແຂວງກວາງຈິ ແຫ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ລອງ ຮ້າຍ ກຳມະການສຳຮອງສູນກາງພັກ ກອມມູນິດຫວຽດນາມ, ເລຂາພັກແຂວງກວາງຈິ ສສ ຫວຽດນາມ ໃນວັນທີ 8 ພຶດສະພາ 2025 ທີ່ແຂວງຈຳປາສັກ, ໃນໂອກາດມາຢ້ຽມຢາມແຂວງຈຳປາສັກ. ໂອກາດນີ້, ສະຫາຍ ສະນັ່ນ ສີພາພົມມະຈັນ ໄດ້ຕາງໜ້າໃຫ້ຄະນະພັກ-ອົງການປົກຄອງແຂວງຈຳປາສັກ ກ່າວຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງ ສະຫາຍ ຫງວຽນ ລອງ ຮ້າຍ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເຊິ່ງໄດ້ເປັນຂີດໝາຍອັນສຳຄັນ ແລະ ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ແລະ ແຂວງກວາງຈິ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ການພົບປະຄັ້ງນີ້, ຫົວໜ້າຄະນະຜູ້ແທນສອງຝ່າຍ ໄດ້ແລກປ່ຽນລາຍງານໃຫ້ກັນຮູ້ກ່ຽວກັບສະພາບໂດຍລວມ ບັນດາໝາກຜົນ, ຜົນງານອັນພົ້ນເດັ່ນ ແລະ ນຳສະເໜີ ຈຸດພິເສດ, ທ່າແຮງທີ່ເອື້ອອຳນວຍຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການຮ່ວມມື ຂອງສອງຝ່າຍ. ພ້ອມນັ້ນ, ສອງແຂວງໄດ້ຕີລາຄາຄືນການຈັດຕັ້ງປະຕິບັດແຜນການຮ່ວມມື ຂອງສອງຝ່າຍ ທີ່ຜ່ານມາ ແລະ ພ້ອມກັນຄົ້ນຄວ້າປຶກສາຫາລື ບັນດາເນື້ອໃນ ທີ່ສອງຝ່າຍເຫັນດີເປັນເອກະພາບ ສືບຕໍ່ເພີ່ມທະວີວຽກງານໂຄສະນາ, ສຶກສາ ໃຫ້ພະນັກງານ, ສະມາຊິກພັກ ແລະ ທຸກຊັ້ນຄົນ ຮັບຮູ້ໄດ້ກ່ຽວກັບສາຍພົວພັນ ອັນເປັນມູນເຊື້ອພິເສດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງສອງແຂວງຈຳປາສັກ-ກວາງຈິ; ຍົກສູງຄວາມຮັບຮູ້ ເພື່ອເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງກວ້າງຂວາງ ສາຍພົວພັນການເມືອງ, ການຕ່າງປະເທດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລະຫວ່າງສອງແຂວງ; ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາຂະແໜງການ, ທ້ອງຖິ່ນ ແລກປ່ຽນຂໍ້ມູນ, ປະສົບການວຽກງານ ກໍ່ສ້າງພັກ, ເສດຖະກິດ-ສັງຄົມ.

ສອງຝ່າຍ ໄດ້ເອົາໃຈໃສ່ຊຸກຍູ້ ຈັດຕັ້ງຜັນຂະຫຍາຍ ຢ່າງມີປະສິດທິຜົນ ກ່ຽວກັບເນື້ອໃນແຜນການຮ່ວມມືລະຫວ່າງ ສອງແຂວງ ໃນໄລຍະ 2024-2026; ຊຸກຍູ້ ເພີ່ມທະວີການແລກປ່ຽນດ້ານວິຊາການວິຊາສະເພາະ, ເປີດກວ້າງຊ່ອງທາງການຈຳໜ່າຍສິນຄ້າ, ສົ່ງເສີມດ້ານການຄ້າເອເລັກໂຕຣນິກ ເຊື່ອມໂຍງເຊື່ອມຈອດດ້ານວິສາຫະກິດ. ພ້ອມນີ້, ທັງສອງຝ່າຍຍັງຮ່ວມມື ເພື່ອຊຸກຍູ້ທ່າແຮງຄວາມບົ່ມຊ້ອນຂອງແລວທາງຂະໜານ ກັບ ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ (PARA EWEC); ຊຸກຍູ້ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃນວຽກງານຮ່ວມມືການທ່ອງທ່ຽວລະຫວ່າງ ສອງທ້ອງຖິ່ນ.