22/05/2025

ໃນຕອນເຊົ້າ ຂອງວັນທີ 21 ພຶດສະພາ 2025.ທີ່ຫ້ອງວ່າການແຂວງ,ໄດ້ມີພິທີມອບ - ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໃຫ້ 6 ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານຫ້ອງວ່າການແຂວງ, ຄື: ໜ່ວຍພັກຂະແໜງຄົ້ນຄວ້າ-ສັງລວມ; ໜ່ວຍພັກຂະແໜງຈັດຕັ້ງ-ກວດກາ; ໜ່ວຍພັກຂະແໜງກໍ່ສ້າງຮາກຖານການເມືອງ; ໜ່ວຍພັກຂະແໜງອະນຸສາວະລີປະທານ ໄກສອນພົມວິຫານ; ໜ່ວຍພັກຫ້ອງການຄະນະກຳມະການ ປກຊ-ປກສ; ໜ່ວຍພັກຫ້ອງການກໍ່ສ້າງຮາກຖາກການເມືອງ; ຈາກນີ້ແມ່ນໜ່ວຍພັກຮາກຖານພະແນກພາຍໃນ ແລະ ໜ່ວຍພັກຮາກຖານພະແນກການຕ່າງປະເທດ. ພິທີໂດຍເປັນປະທານ ມອບ ຂອງ ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ, ຫົວໜ້າຄະນະຈັດຄັ້ງແຂວງ, ມີສະຫາຍ ສຸກກະເສີມ ສີຫານຸວົງ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ, ມີຄະນະກຳມະການປະເມີນຜົນຂັ້ນແຂວງ, ເລຂາ,ຮອງເລຂາຄະນະພັກ, ສະມາຊິກພັກແຕ່ລະໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
ໃນພິທີສະຫາຍ ທໍາມະວົງ ສຸລິຍະວົງ, ປະທານກວດກາຄະນະພັກຮາກຖານ ຫ້ອງວ່າການແຂວງ;ສະຫາຍ ຄຳຜອງ ບົວພາສານ ຮອງເລຂາໜ່ວຍພັກຮາກຖານ ພະແນກ ການຕ່າງປະເທດ, ສະຫາຍ ແສງອາທິດ ຂັນດາຣາ ຮັກສາການເລຂາໜ່ວຍພັກ ພະແນກພາຍໃນ ຕ່າງໜ້າເລຂາຄະນະພັກ,ຄະນະໜ່ວຍພັກຮາກຖານ ໄດ້່ຜ່ານບົດສະຫຼຸບການກວດກາປະເມີນຜົນສະພາບນຳພາ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024,ທິດທາງແຜນການ ປີ 2025 ຊຶ່ງ ຍົກໃຫ້ເຫັນຜົນງານການນຳພາຂອງຄະນະພັກ,ໜ່ວຍພັກໃນຫຼາຍດ້ານ,ນັບແຕ່ດ້ານການເມືອງ,ແນວຄິດ,ການຈັດຕັ້ງ,ແບບແຜນວິທີນໍາພາ ແລະ ການນໍາພາປະຕິບັດໜ້າທີ່ການເມືອງກໍຄືດ້ານວິຊາສະເພາະຕາມຄວາມຮັບຜິດຊອບຂອງຕົນ. ຊຶ່ງ ໄດ້ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໂດຍການຈັດຕັ້ງເຜີຍແຜ່ເຊື່ອມຊື່ມບັນດາເນື້ອໃນເອກະສານ ມະຕິ, ຄໍາສັ່ງ, ແຈ້ງການ ທີ່ຕີພັນກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານ; ຂອງຕົນໃຫ້ມີຜົນສຳເລັດຕາມຄາດໝາຍ. ກອງປະຊຸມໄດ້ຜ່ານຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກ ທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025; ກ່ຽວກັບການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສັງ ເຂບ; ຈາກນັ້ນ ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາຄະນະບໍລິການງານພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ໄດ້ເປັນກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024.ໃຫ້ 6 ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານຫ້ອງວ່າການແຂວງ, ໜ່ວຍພັກຮາກຖານພະແນກພາຍໃນ ແລະ ໜ່ວຍພັກຮາກຖານພະແນກການຕ່າງປະເທດ, ຮັບໂດຍເລຂາ ແລະ ຕາງໜ້າໜ່ວຍພັກ 9 ໜ່ວຍພັກ. ໃນຕອນທ້າຍ ສະຫາຍຮອງເລຂາຄະນະບໍລິການງານພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ກໍມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ ໃຫ້ແກ່ຄະນະພັກ,ໜ່ວຍພັກ ເພື່ອເປັນບ່ອນອີງໃນການນຳພາຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ມີຜົນສໍາເລັດສູງ.ຊຶ່ງເນັ້ນຈຸດສໍາຄັນດັ່ງນີ້: ການກໍ່ສ້າງພັກດ້ານການເມືອງ : ສືບຕໍ່ສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ແຂງແຮງກວ່າເກົ່າ ແລະ ຫັນເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃຫ້ເຂົ້າສູ່ການຈັດຕັ້ງປະຕິບັດຢ່າງ ເລິກເຊິ່ງເຖິງຖອງ, ເຂັ້ມງວດ, ເດັດຂາດ. ພ້ອມທັງຫັນໃຫ້ເປັນທິດທາງແຜນການຢູ່ໃນຮາກຖານພັກຂອງຕົນ ແລະ ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; ການກໍ່ສ້າງພັກດ້ານແນວຄິດ : ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກຕ້ອງເອົາໃຈໃສ່ສຶກສາອົບຮົມແນວທາງນະໂຍບາຍຂອງພັກ, ກົດໝ າຍຂອງລັດ, ມູນເຊື້ອອັນດີງາມຂອງພັກ, ແນໃສ່ສ້າງໃຫ້ສະມາຊິກພັກ-ພະນັກງານມີຄວາມຮັບຮູ້, ເຂົ້າໃຈເປັນເອກະພາບ ແລະ ຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ-ລັດດ້ວຍຄວາມເປັນເຈົ້າການ. ເພີ່ມທະວີສຶກສາອົບຮົມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດໍາລົງຊີວິດທີ່ປອດໃສ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ; ຕ້ານການເຊື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດໍາລົງຊີວິດທີ່ບໍ່ສອດຄ່ອງຕາມກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ. ກໍ່ສ້າງພັກດ້ານການຈັດຕັ້ງ : ສືບຕໍ່ປັບປຸງຄະນະພັກ-ສະມາຊິກພັກໃຫ້ສາມາດເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຕາມທີ່ ໄດ້ກຳນົດໄວ້, ຄະນະພັກຕ້ອງເພີ່ມທະວີການນໍາພາ-ຊີ້ນໍາວຽກພັກໄປຄຽງຄູ່ກັບວຽກບໍລິຫານລັດ; ບຳລຸງຍົກລະດັບຄວາມ ສາມາດນໍາພາໃຫ້ຄະນະໜ່ວຍພັກຢ່າງຕໍ່ເນື່ອງ; ປັບປຸງການໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງໃຫ້ມີການຫັນປ່ຽນຢ່າງຈະແຈ້ງໃນດ້ານຄຸນ ນະພາບການເຄື່ອນໄຫວ ໃນປີ 2024 ຕ້ອງສູ້ຊົນໃຫ້ໄດ້ປະເມີນສໍາເລັດ 100% ຂອງໜ່ວຍພັກຕ່າງໆທີ່ຂຶ້ນກັບຄະນະພັກ ຮາກຖານຕົນ;