25/05/2025

ຕອນເຊົ້າວັນທີ 25 ພຶດສະພາ 2025, ທີ່ສະຖານກົງສູນໃຫຍ່ຫວຽດນາມ ປະຈຳພາກໃຕ້ລາວ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ນໍາພາຄະນະ ໂດຍຕາງໜ້າໃຫ້ ຄະນະພັກ-ອົງການປົກຄອງແຂວງ, ສະພາປະຊາຊົນແຂວງ ແລະ ປະຊາຊົນລາວຊາວແຂວງຈຳປາສັກ ໄດ້ເຂົ້າວາງພວງມາລາ, ຮ່ວມພິທີໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 20 ພຶດສະພາ 2025 ທີ່ຜ່ານມາ,
ສະຫາຍ ອາລຸນໄຊ ສູນນະລາດ ໄດ້ລົງນາມປຶ້ມໄວ້ອາໄລ ໂດຍມີເນື້ອໃນຄໍາໄວ້ອາໄລວ່າ: ຕາງໜ້າໃຫ້ຄະນະບໍລິຫານງານພັກແຂວງຈຳປາສັກ ແລະ ອົງການປົກຄອງແຂວງຈຳປາສັກ ມີຄວາມໂສກເສົ້າເສຍດາຍຢ່າງຍິ່ງໃຫຍ່ ຕໍ່ການຈາກໄປຂອງ ສະຫາຍ ເຈິ່ນ ດຶກ ເລືອງ ເຊິ່ງເປັນການສູນເສຍ ນັກປະຕິວັດ ຜູ້ກ້າແກ່ນ, ຜູ້ນໍາທີ່ເຄົາລົບຮັກຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ເປັນການສູນເສຍເພື່ອນມິດສະຫາຍ ທີ່ສະໜິດສະໜົມ ແລະ ໃກ້ຊິດທີ່ສຸດຂອງພັກ-ລັດ ແລະ ປະຊາຊົນລາວ ສະຫາຍ ເປັນຜູ້ໜຶ່ງ ທີ່ມີການປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຫວຽດນາມ, ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ.
ທ່າມກາງແຫ່ງຄວາມໂສກເສົ້າອາໄລຢ່າງສຸດຊຶ້ງນີ້, ພວກຂ້າພະເຈົ້າ, ຂໍແບ່ງເບົາຄວາມທຸກໂສກມາຍັງພັກ-ລັດ ແລະ ປະຊາຊົນຫວຽດນາມ ກໍ່ຄືຄອບຄົວ, ຍາດຕິພີ່ນ້ອງຂອງ ສະຫາຍ ມານະໂອກາດນີ້ດ້ວຍ ພວກຂ້າພະເຈົ້າ, ຮັບຮູ້ເຖິງຄຸນງາມຄວາມດີ ອັນໃຫຍ່ຫຼວງຂອງສະຫາຍ ທີ່ມີຕໍ່ພັກ-ລັດ ແລະ ປະຊາຊົນສອງຊາດ,ສອງພັກ ແລະ ຂໍຈົດຈຳຄຸນງາມຄວາມດີຂອງສະຫາຍໄວໃນດວງໃຈຕະຫຼອດໄປ. ຂໍໃຫ້ດວງວິນຍານຂອງ ສະຫາຍ ເຈິ່ນ ດຶກ ເລືອງ ອະດີດກຳມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ອະດີດ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຈົ່ງໄປສູ່ສຸຂະຕິເຖີ້ນ.