ຄະນະບໍລິຫານງານພັກແຂວງຈໍາປາສັກ ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 16 ສະໄໝທີ VIII
28/05/2025

ວັນທີ 27 - 28 ພຶດສະພາ 2025, ຄະນະບໍລິຫານງານພັກແຂວງແຂວງຈໍາປາສັກ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 16 ສະໄໝທີ VIII ຂຶ້ນຢູ່ຫ້ອງປະຊຸມສໍານັກງານປົກຄອງແຂວງ ໂດຍການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈໍາປາສັກ. ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກນະຄອນປາກເຊ, ເລຂາພັກເມືອງ 9 ເມືອງ, ເລຂາຄະນະພັກ - ໜ່ວຍພັກຮາກຖານ ອ້ອມຂ້າງແຂວງເຂົ້າຮ່ວມ. ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈໍາປາສັກ ມີຄໍາເຫັນວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນ ເພາະພວກເຮົາຈະໄດ້ພ້ອມກັນຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 15 ສະໄໝທີ VIII ໂດຍສະເພາະແມ່ນການນໍາພາ - ຊີ້ນໍາ ວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໃນ 5 ເດືອນຕົ້ນປີທີ່ຜ່ານມາ, ຄົ້ນຄວ້າຕີລາຄາການນຳພາ ແລະ ໃຫ້ທິດຊີ້ນໍາຕໍ່ກັບວຽກງານໃນບາງຂະແໜງການຈຳນວນໜຶ່ງ ເຊິ່ງບັນດາເນື້ອໃນ ຫົວຂໍ້ທີ່ນຳເຂົ້າລາຍງານໃນກອງປະຊຸມຄັ້ງນີ້ ເຫັນວ່າມີຄວາມສໍາຄັນ ຕິດພັນໂດຍກົງກັບຄວາມຮັບຜິດຊອບການເມືອງຂອງອົງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ.

ຍ້ອນແນວນັ້ນ, ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ, ຮຽກຮ້ອງໃຫ້ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາ, ຕໍ່ບັນດາຮ່າງເອກະສານ ແລະ ບົດລາຍງານໃນຫົວຂໍ້ຕ່າງໆ, ໂດຍຍົກໃຫ້ເຫັນຜົນສຳເລັດ, ບັນຫາທີ່ຄົງຄ້າງ, ທິດທາງວຽກງານຈຸດສຸມ, ຄາດໝາຍ ແລະ ມາດຕະການວິທີການຈັດຕັ້ງປະຕິບັດລະອຽດຕົວຈິງໃນແຕ່ລະຂົງເຂດວຽກງານ; ຕິດພັນກັບທິດທາງ ແຜນການ ໃນ 6 ເດືອນທ້າຍປີ 2025. ພ້ອມນີ້, ສະຫາຍ ອາລຸນໄຊ ສູນນະລາດ ຍັງໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI. ຕໍ່ມາ, ສະຫາຍ ປອ.ສຸກກະເສີມ ສີຫານຸວົງ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ກໍໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຄັ້ງທີ15 ຂອງຄະນະບໍລິຫານງານພັກແຂວງ ຕິດພັນກັບການສະຫຼຸບຕີລາຄາການນໍາພາວຽກງານຮອບດ້ານ ໃນໄລຍະ 5 ເດືອນຜ່ານມາ ແລະ ທິດທາງການນໍາພາວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2025. ຈາກນັ້ນ, ປະທານກອງປະຊຸມ ກໍມີຄໍາເຫັນເຈາະຈີ້ມ ເພື່ອໃຫ້ຜູ້ເຂົ້າຮ່ວມປະກອບຄໍາເຫັນລວມ.

ພ້ອມນີ້, ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຫົວໜ້າຄະນະັດຕັ້ງແຂວງ ກໍໄດ້ຜ່ານບົດສະຫຼຸບຕີລາຄາຜົນການດໍາເນີນກອງປະຊຸມອົງຄະນະພັກເມືອງ - ນະຄອນ ແລະ ຮາກຖານພັກອ້ອມຂ້າງແຂວງ, ການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ IX. ໃນກອງປະຊຸມ ຍັງໄດ້ຜ່ານບົດລາຍງາຍນກ່ຽວກັບຄວາມພ້ອມ ແລະ ຄວາມຄືບໜ້າໃນການກະກຽມເອກະສານກອງປະຊມໃຫຍ່ຜູ້ແທນອົງຄະນະພັກແຂວງສະໄໝທີ IX, ຜ່ານໂຄງຮ່າງລາຍງານການເມືອງ, ຄໍາຂວັນກອງປະຊຸມໃຫຍ່ອົງຄະນະພັກແຂວງ; ຜ່ານຮາງຄໍາຂວັນ, ໂຄງຮ່າງຍຸດທະສາດ, ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ X (2026 - 2030); ຜ່ານຮ່າງບົດສໍາຫຼວດການນໍາພາລວມ, ລາຍງານການຄາດຄະເນບັນດາຫົວຂໍ້ ແລະ ເປົ້າໝາຍຂຶ້ນລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ IX; ລາຍງານການນໍາພາກະກຽມການສະເຫຼີມສະຫຼອງ ວັນຊາດ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ຕອນທ້າຍກອງປະຊຸມ, ສະຫາຍ ອາລຸນໄຊ ສູນນະລາດ ປະທານກອງປະຊຸມ ກໍມີຄໍາເຫັນໂອ່ລົມຊີ້ທິດເຍືອງທາງ ຕື່ມອີກ.