ຈຳປາສັກ -​ ນະຄອນຫຼວງວຽງຈັນ ເພີ່ມທະວີການຮ່ວມມື ໄລຍະຕໍ່ໜ້າ

04/06/2025

ຈຳປາສັກ -​ ນະຄອນຫຼວງວຽງຈັນ ເພີ່ມທະວີການຮ່ວມມື ໄລຍະຕໍ່ໜ້າ

        ຄະນະຜູ້ແທນແຂວງຈຳປາສັກ ນຳໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ, ພົບປະ ແລະ ຮ່ວມເຮັດວຽກ ກັບ ການນຳນະຄອນຫຼວງວຽງຈັນ ໃນວັນທີ 4 ມິຖຸນາ 2025. ໂດຍການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ອາດສະພັງທອງ ສີພັນດອນ ກຳມະການສຸນກາງພັກ ຮອງເລຂາພັກນະຄອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ.  ໃນການພົບປະນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວສະແດງການຕ້ອນຮັບ, ພ້ອມນັ້ນ ຫົວໜ້າຄະນະຜູ້ແທນນະຄອນຫຼວງວຽງຈັນ ແລະ ແຂວງຈໍາປາສັກ ໄດ້ຜັດປ່ຽນກັນ ລາຍງານສະພາບການອັນພົ້ນເດັ່ນ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ສັງຄົມ, ທີ່ຍົກໃຫ້ເຫັນຜົນງານດ້ານດີ, ເງື່ອນໄຂຂໍ້ສະດວກ ແລະ ຂໍ້ຈຳກັດ ດ້ານຕ່າງໆ, ໃນນັ້ນ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ກ່າວຈຸດປະສົງຂອງການມາຢ້ຽມຢາມເທື່ອນີ້ແມ່ນ ເພື່ອເປັນການສືບຕໍ່ ແລະ ຍົກລະດັບ ການພົວພັນຮ່ວມມື ລະຫວ່າງ ສອງທ້ອງຖິ່ນ ແຂວງຈຳປາສັກ ແລະ ນະຄອນຫຼວງວຽງຈັນ, ສ້າງໂອກາດສ້າງເງື່ອນໄຂໃນການພົວພັນແລກປ່ຽນຂອງບັນດາພະແນກການ, ທັງເປັນການຊຸກຍູ້ວຽກງານການທ່ອງທ່ຽວ. ແລະ ໃນກອງປະຊຸມໄດ້ພ້ອມກັນສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດຜ່ານມາ ນະຄອນຫຼວງວຽງຈັນ ແລະ ແຂວງຈໍາປາສັກ ໄດ້ເຊັນບົດບັນທຶກຮ່ວມມື 2 ຄັ້ງ ລວມມີ 6 ຂົງເຂດ ຄື: ຂົງເຂດອຸດສາຫະກາ ແລະ ການຄ້າ, ຂົງເຂດກະສິກາ ແລະປ່າໄມ້, ຂົງເຂດຖະແຫຼງຂ່າວວັດທະນະທາ ແລະ ທ່ອງທ່ຽວ, ຂົງເຂດໂຍທາທິການ ແລະ ຂົນສົ່ງ, ຂົງເຂດການເງິນ ແລະ ເຂດເສດຖະກິດພິເສດ, ແລະ ເພື່ອເປັນການສ້າງບາດກ້າວບຸກທະລຸໃນການພັດທະນາ ຮັບປະກັນໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດດ້ວຍຄວາມໝັ້ນທ່ຽງ ແລະ ຕໍ່ເນື່ອງ ຮັບປະກັນການພັດທະນາແບບຍືນຍົງ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່
 
 
ເຊິ່ງເປັນການສ້າງເງື່ອນໄຂພື້ນຖານ ຮັບປະກັນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ການເງິນ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ກໍ່ຄືການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໃຫ້ນັບມື້ເປັນຮູບປະທໍາຍິ່ງຂຶ້ນ ດ້ວຍຈິດໃຈບຸກທະລຸ ຍົກສູງຄວາມຮັບຜິດຊອບຂອງສອງອົງຄະນະພັກ ກໍ່ຄືນະຄອນຫຼວງວຽງຈັນ ແລະ ແຂວງຈໍາປາສັກ ໃນການສ້າງຄວາມຢູ່ດີກິນດີ ໃຫ້ປະຊາຊົນ ເຮັດໃຫ້ສັງຄົມມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ຢ່າງໜັກແໜ້ນ; ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງຈໍາປາສັກ ໄລຍະຜ່ານມາ ໃຫ້ເກີດດອກອອກຜົນ ແລະ ມີຄວາມແໜ້ນແຟ້ນ ເລິກເຊິ່ງກວ່າເກົ່າ ທັງສ້າງຄວາມເຂັ້ມແຂງ​ ລະຫວ່າງ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ອົງການປົກຄອງແຂວງຈໍາປາສັກ ໄດ້ຕົກລົງເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມື ເພື່ອຊຸກຍູ້,​ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນວຽກງານແຕ່ລະຂົງເຂດເຊັ່ນ: ການຮ່ວມມືຂົງເຂດເສດຖະກິດ ແລະ ການຄ້າ: ສອງຝ່າຍ ສ້າງເຄືອຂ່າຍການຄ້າ ແລະ ໃຫ້ບູລິມະສິດ ດ້ວຍການດັດສົມສິນຄ້າ ລະຫວ່າງກັນ, ສ້າງເຄືອຂ່າຍການຜະລິດສິນຄ້າ, ສອງຝ່າຍ ແລກປ່ຽນບົດຮຽນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການຄ້າ, ສ້າງເຄືອຂ່າຍທາງດ້ານກະສິກໍາ ແນ່ໃສ່ເຮັດໃຫ້ ການຜະລິດກະສິກໍາ ແລະ ການສະໜອງ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງຈໍາປາສັກ ໃຫ້ເປັນລະບົບ, ຕໍ່ເນື່ອງ ແລະ ສາມາດຜະລິດທົດແທນກັນໄດ້;
 
 
ສອງຝ່າຍ ເຫັນດີໃຫ້ມີການແລກປ່ຽນ ແລະ ສ້າງຄວາມເຂັ້ມແຂງ ວຽກງານການຈັດເກັບລາຍຮັບ ການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ; ການຮ່ວມມືຂົງເຂດວັດທະນະທໍາ ສັງຄົມ ແລະ ບໍລິການ: ສອງຝ່າຍ ຈະແລກປ່ຽນບົດຮຽນ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານສື່ມວນຊົນ ລະຫວ່າງກັນ; ແລກປ່ຽນບົດຮຽນ ກ່ຽວກັບວຽກງານການພັດທະນາ, ການຄຸ້ມຄອງ ແລະ ສົ່ງເສີມການທ່ອງທ່ຽວ, ການປົກປັກຮັກສາວັດຖຸພັນ, ມໍລະດົກທາງດ້ານປະຫວັດສາດ ແລະ ວັດທະນະທໍາ ເຊິ່ງກັນ ແລະ ກັນ; ການຮ່ວມມືຂົງເຂດການພັດທະນາພື້ນຖານໂຄງລ່າງ ແລະ ການຄົມມະນາຄົມ: ສອງຝ່າຍ ເຫັນດີແລກປ່ຽນບົດຮຽນ ດ້ານເຕັກນິກວິຊາການທີ່ທັນສະໄໝ ພ້ອມດ້ວຍການອໍານວຍຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າ ແລະ ລະບົບໂລຈີສຕິກ, ທ່າບົກ ລະຫວ່າງກັນ, ຊຸກຍູ້ກຸ່ມຜູ້ປະກອບການລົດຂົນສົ່ງສິນຄ້າ ໃນການສ້າງຄູ່ຮ່ວມສັນຍາຂົນສົ່ງສິນຄ້າ ເພື່ອລໍາລຽງສິນຄ້າ, ນອກຈາກນັ້ນ, ຍັງມີການຮ່ວມມືວຽກງານຂົງເຂດອົງການຈັດຕັ້ງມະຫາຊົນ ແລະ ຂົງເຂດ ຂະແໜງການອື່ນ ຕື່ມອີກ. ຕອນທ້າຍໄດ້ມີການລົງນາມບົດບັນທຶກການຮ່ວມມືລະຫວ່າງອົງການປົກຄອງແຂວງຈຳປາສັກ ກັບ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ບົດບັນທຶກການຮ່ວມມືຂັ້ນພະແນກການ ອີກ 2 ສະບັບ ໃນຂົງເຂດວຽກງານກະສິກຳ ແລະ ວຽກງານການທ່ອງທ່ຽວ.
 

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ