ຈຳປາສັກ-ຫຼວງພະບາງ ຮ່ວມມືດ້ານການຄ້າ ການບໍລິການຄຸ້ມຄອງການທ່ອງທ່ຽວ

09/06/2025

ຈຳປາສັກ-ຫຼວງພະບາງ ຮ່ວມມືດ້ານການຄ້າ ການບໍລິການຄຸ້ມຄອງການທ່ອງທ່ຽວ

      ກອງປະຊຸມ ພົບປະແລກປ່ຽນບົດຮຽນ ລະຫວ່າງ ການນຳແຂວງຈຳປາສັກ ແລະ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 6 ມີຖຸນາຜ່ານມາທີ່ຫ້ອງວ່າການແຂວງຫຼວງພະບາງ. ຄະນະນຳແຂວງຈຳປາສັກ ນຳໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ແລະ ຄະນະນຳແຂວງຫຼວງພະບາງ ນຳໂດຍທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ.  ການພົບປະນີ້, ຫົວໜ້າຄະນະ ຂອງສອງແຂວງ ໄດ້ລາຍງານໃຫ້ຮູ້ເຖິງສະພາບການອັນພົ້ນເດັ່ນ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ, ໂດຍສະເພາະ 6 ເດືອນຕົ້ນປີ 2025, ເງື່ອນໄຂຂໍ້ສະດວກ: ເປັນຕົ້ນແມ່ນທ່າແຮງທາງດ້ານບໍລິການ, ຄຸ້ມຄອງການທ່ອງທ່ຽວ ແລະ ກະສິກຳ.  ທ່ານ ອາລຸນໄຊ ສູນນະລາດ ກ່າວວ່າ: ຈຸດປະສົງຂອງການມາເຄື່ອນໄຫວເທື່ອນີ້, ແມ່ນເພື່ອແລກປ່ຽນບົດຮຽນ ການຄຸ້ມຄອງບໍລິຫານຕົວເມືອງ, ລົງເລິກຮ່ວມມືວຽກການທ່ອງທ່ຽວ, ແລກປ່ຽນດ້ານກະສິກຳ-ຜະລິດຕະພັນກະສິກຳຂອງແຂວງຈຳປາສັກ, ພິເສດ ແມ່ນໄດ້ນຳພາອະດີດການນຳຂັ້ນສູງຂອງແຂວງຈຳປາສັກ ມາພັກຜ່ອນ, ທ່ອງທ່ຽວພາຍໃຕ້ໂຄງການຕອບບຸນແທນຄຸນ ໃນຫົວຂໍ້ “ບໍ່ມີມື້ນັ້ນ ບໍ່ມີວັນນີ້”. ໄປພ້ອມກັບການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື, ອົງການປົກຄອງແຂວງຫຼວງພະບາງ ແລະ ອົງການປົກຄອງແຂວງຈຳປາສັກ.  ກອງປະຊຸມ ເຫັນດີເປັນເອກະພາບ ກຳນົດເອົາເນື້ອໃນການຮ່ວມມື ແລະເຊັນບົດບັນທຶກຮ່ວມກັນໂດຍກຳນົດເອົາ ການຮ່ວມມືຂົງເຂດເສດຖະກິດ ແລະ ບໍລິການ ເປັນຕົ້ນ: ນະຄອນປາກເຊ ແລະ ນະຄອນຫຼວງພະບາງ ໄດ້ເຊັນບົດບັນທຶກການພົວພັນຮ່ວມມືບາງຂົງເຂດ ວຽກກໍ່ສ້າງພັກ, ບໍລິຫານລັດ, ການພັດທະນາ-ຄຸ້ມຄອງຕົວເມືອງ, ການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ, ວຽກສົ່ງເສີມດຶງດູດການລົງທຶນ-ການຊ່ວຍເຫຼືອຈາກສາກົນ, ການບໍລິການ-ການທ່ອງທ່ຽວ, ສິ່ງແວດລ້ອມ; ຂົງເຂດກະສິກຳ ແລະ ປ່າໄມ້ ສອງຝ່າຍ ຈະແລກປ່ຽນບົດຮຽນ ເຕັກນິກວິຊາການ ກ່ຽວກັບຂະບວນການຄຸ້ມຄອງ ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ໃນ 3 ປະເພດປ່າ.ສອງຝ່າຍ ຈະແລກປ່ຽນບົດຮຽນ ກ່ຽວກັບເຕັກນິກວິຊາການ ຂະບວນການຜະລິດກາເຟ ທີ່ຕິດພັນກັບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ແບບຍືນຍົງແລະ ການປູກພືດ ໄຮໂດຣໂພຣນິກ ຕິດພັນກັບການທ່ອງທ່ຽວ ແລະ ວຽກງານອື່ນໆ ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ