ຄະນະພັກຮາກຖານຫ້ອງວ່າການແຂວງຈຳປາສັກ ປະຊຸມໃຫຍ່ ຄັ້ງທີ VIII

19/06/2025

ຄະນະພັກຮາກຖານຫ້ອງວ່າການແຂວງຈຳປາສັກ ປະຊຸມໃຫຍ່ ຄັ້ງທີ VIII

        ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະພັກຮາກຖານຫ້ອງວ່າການແຂວງໄດ້ ໄຂຂຶ້ນໃນວັນທີ 18 ມີຖຸນາ 2025, ທີ່ຫ້ອງວ່າການແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ, ມີສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈຳປາສັກ, ສະຫາຍ ສຸກກະເສີມ ສີຫານຸວົງ ກຳມະການພັກແຂວງ ຮັກສາການເລຂາຄະນະພັກຮາກຖານ ຫົວໜ້າຫ້ອງວ່າການແຂວງ; ມີ ທ່ານຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີເລຂາ-ຮອງເລຂາໜ່ວຍພັກ, ມີອະດີດເລຂາ,ຮອງເລຂາຄະນະພັກຮາກຖານຫ້ອງວ່າການແຂວງ, ຕະຫຼອດຮອດ ສະມາຊິກພັກສົມບູນທົ່ວຮາກຖານທັງໝົດ ເຂົ້າຮ່ວມ.

ສະຫາຍ ສຸກກະເສີມ ສີຫານຸວົງ ກ່າວເປີດກອງປະຊຸມວ່າ: ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະພັກຮາກຖານຫ້ອງວ່າການແຂວງ ແມ່ນການຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ຕໍ່ກົດລະບຽບພັກ ກໍຄືຫຼັກການ ແລະ ທິດນຳຂອງການກໍ່ສ້າງພັກພວກເຮົາ ໃຫ້ມີການເຕີບໃຫຍ່ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ກອງປະຊຸມໃຫຍ່ພວກເຮົາໃນຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ, ຮັບຮອງເອົາເອກະສານທີ່ເປັນຍຸດທະສາດຂອງ ຄະນະພັກຮາກຖານຫ້ອງວ່າການແຂວງ ສະໄໝທີ VIII, ພ້ອມກັນຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ເພື່ອເປັນແກ່ນນຳຂອງຄະນະພັກຮາກຖານ, ເພື່ອຜັນຂະຫຍາຍມະຕິຂອງພັກ ແລະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນຕະຫຼອດສະໄໝທີ VIII (2025-2029) ໃຫ້ປະກົດຜົນເປັນຈິງ ເພື່ອນຳພາຄະນະພັກຮາກຖານ ຫ້ອງວ່າການແຂວງພວກເຮົາ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະພັກຮາກຖານຫ້ອງວ່າການແຂວງ ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄໍາຄິດຄໍາເຫັນຢ່າງຕັ້ງໜ້າ ແລະ ເປັນເອກະພາບຮັບຮອງເອົາລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານຫ້ອງວ່າການແຂວງຊຸດເກົ່າ ເຊິ່ງຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນຳຕະຫຼອດສະໄໝ ໄລຍະ 5 ປີຜ່ານມາ; ຕໍ່ກັບຜົນງານດ້ານດີທີ່ຕັ້ງໜ້າທີ່ຍາດມາໄດ້ໃນແຕ່ລະຂົງເຂດວຽກງານ ເປັນຕົ້ນ: ວຽກງານເສນາທິການ, ປະສານງານ ແລະ ບໍລິການຮັບໃຊ້, ວຽກງານປັບປຸງຄວາມເຂັ້ມແຂງດ້ານກົງຈັກ, ບຸກຄະລາກອນ, ພື້ນຖານວັດຖຸເຕັກນິກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ; ວຽກງານກໍ່ສ້າງພັກ-ພະນັກງານ,  ວຽກນຳພາອົງການມະຫາຊົນຂອງພັກ ແລະ  ວຽກນຳພາສ້າງເສດຖະກິດຄອບຄົວ ທັງໝົດເຫຼົ່ານັ້ນໄດ້ເປັນພື້ນຖານ ແລະ ຖ່ວງທ່າອັນໜັກແໜ້ນ ໃຫ້ແກ່ການສືບຕໍ່ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນໃນທົ່ວຄະນະພັກຮາກຖານ ຫ້ອງວ່າການແຂວງ.

ຄະນະພັກຮາກຖານຫ້ອງວ່າການແຂວງ ມີ 7 ໜ່ວຍພັກທີ່ຂື້ນກັບ, ມີຄະນະພັກຮາກຖານ 3 ສະຫາຍ,ຍິງ1 ສະຫາຍ,ມີສະມາຊິກພັກທັງໝົດ 83 ສະຫາຍ,ຍິງ 21 ສະຫາຍ. ແລະ ກອງປະຊຸມນີ້, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກ ເອົາຄະນະພັກຮາກຖານ ຊຸດໃໝ່ ບົນພື້ນຖານຄວາມຖືກຕ້ອງ ສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ມີຜູ້ອອກສະໝັກເລືອກຕັ້ງທັງໝົດ 7ສະຫາຍ,  ເລືອກເອົາ 5 ສະຫາຍ.  ຜ່ານການລົງຄະແນນສຽງເລືອກຕັ້ງ ແລະ ກອງປະຊຸມຄັ້ງປະຖົມມະລຶກໄດ້ຮັບຮອງເອົາເລຂາ, ຮອງເລຂາ, ປະທານກວດກາຄະນະພັກຮາກຖານ ຄື: ສະຫາຍ ສຸກກະເສີມ ສີຫານຸວັງ ເປັນເລຂາຄະນະພັກຮາກຖານຫ້ອງວ່າການແຂວງຈໍາປາສັກ;  ສະຫາຍ ທຳມະວົງ ສຸລິຍະວົງ ເປັນຮອງເລຂາຄະນະພັກຮາກຖານ; ສະຫາຍ ນາງ ໄຊຍະລິດ ວົງສາລະວັນ ປະທານກວດກາ ຄະນະພັກຮາກຖານ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ