26/06/2025

ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ ທີ່ລົງກໍ່ສ້າງຮາກຖານການເມືອງເພື່ອສ້າງ ຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຈໍາປາສັກ ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ 2025 ນີ້ທີ່ຫ້ອງວ່າການແຂວງ ໃຫ້ກຽດເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີສະຫາຍສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈໍາປາສັກ, ມີກຳມະການພັກແຂວງ, ຫົວໜ້າພະແນກການກົມກອງອ້ອມຂ້າງແຂວງ, ບັນດາພະນັກງານນໍາພາ-ຄຸ້ມຄອງ ທີ່ຫັນລົງກໍ່ສ້າງຮາກຖານການເມືອງຂອງແຂວງ ປະຈຳ 7 ເມືອງ ຄື: ເມືອງໂຂງ, ມູນລະປາໂມກ, ສຸຂຸມາ, ຈໍາປາສັກ, ໂພນທອງ, ຊະນະສົມບູນ, ປາກຊ່ອງ ເຂົ້າຮ່ວມ. ໃນກອງປະຊຸມ,ສະຫາຍ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ກ່າວເປີດກອງປະຊຸມ ແລະ ຜ່ານເອກະສານກ່ຽວກັບຄວາມສໍາຄັນຂອງວຽກງານກໍ່ສ້າງຮາກຖານ ການເມືອງ ແລະ ຈຸດປະສົງຂອງການຫັນລົງກໍ່ສ້າງຮາກຖານການເມືອງ, ມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 056/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງວຽກງານຮາກຖານການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງໜັກແໜ້ນ, ມະຕິຂອງກົມການເມືອງສູນກາງພັກ ເລກທີ 04/ກມສພ ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່. ສໍາລັບໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງການຫັນລົງກໍ່ສ້າງຮາກຖານການເມືອງມີຄື: ຊ່ວຍຄະນະພັກ-ອົງການປົກຄອງເມືອງ ໃນການນໍາພາຈັດຕັ້ງປະຕິບັດກ່ຽວກັບວຽກງານກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ເພື່ອສ້າງຂະບວນການຮອບດ້ານໃຫ້ຟົດຟື້ນ ກາຍເປັນ ຂະບວນການທີ່ເປັນຮູບປະທໍາໃຫ້ໄດ້ດຳເນີນໄປຕາມ 4 ເນື້ອໃນ 4 ຄາດໝາຍ ເພື່ອຂໍ່ານັບຮັບຕ້ອນກອງປະ ຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ IX ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ສົມທົບກັບຄະນະພັກ-ອົງການປົກຄອງເມືອງ ສຸມໃສ່ນໍາພາປັບປຸງການຈັດຕັ້ງໃນລະບົບການເມືອງ ຢູ່ຂັ້ນຮາກ ຖານບ້ານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ໂດຍສຸມໃສ່ປັບປຸງ ແລະ ກໍ່ສ້າງຮາກຖານພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປັບປຸງອົງການປົກຄອງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນນັກຮົບເກົ່າ ຕິດພັນກັບການໂຮມກົງຈັກການຈັດຕັ້ງບັນດາຫ້ອງການ ແລະ ການສ້າງຕັ້ງຕາ ແສງ ໃຫ້ສາມາດເຄື່ອນໄຫວປະຕິບັດສິດ ແລະ ໜ້າທີ່ຂອງຕົນໃນການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຂອງອົງຄະນະພັກເມືອງ, ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ບັນລຸໄດ້ຕາມລະດັບຄາດໝາຍ, ນໍາພາສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 ໂດຍ ສຸມໃສ່ປັບປຸງສ້າງຄວາມເຂັ້ມແຂງຂອງກຸ່ມການຜະລິດກະສິກຳ, ກຸ່ມປຸງແຕ່ງຜະລິດຕະພັນກະສິກຳເປັນ ສິນຄ້າ, ກຸ່ມການບໍລິການ ແລະ ສະຫະກອນ, ຄອບຄົວຕົວແບບທີ່ມີແລ້ວ ໃຫ້ມີການເຄື່ອນໄຫວມີປະສິດທິ ຜົນ ແລະ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ. ນໍາພາຊຸກຍູ້ປະຕິບັດຄາດໝາຍດ້ານການສຶກສາ ແລະ ສາທາລະນະສຸກ, ວຽກງານແຮງງານ ແລະ ສະຫວັດດີ ການສັງຄົມ ໃຫ້ບັນລຸໄດ້ຕາມຕົວຊີ້ວັດ, ປັບປຸງຄອບຄົວ, ບ້ານວັດທະນະທໍາ ໄປສູ່ຄຸນນະພາບ. ສຸມໃສ່ຊຸກຍູ້ການແກ້ໄຂຄວາມທຸກຍາກ ແລະ ບ້ານທຸກຍາກໃຫ້ບັນລຸຜົນຕາມການປະເມີນມາດຖານດຳລັດ ຂອງລັດຖະບານ ສະບັບເລກທີ 348/ລບ, ລົງວັນທີ 16 ພະຈິກ 2017. ຊຸກຍູ້ການປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຮາກຖານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມ ແຂງ ຕິດພັນກັບການນໍາພາປະຕິບັດສອງວາລະຂອງແຂວງ ຕາມເນື້ອໃນວາລະແຫ່ງຊາດ ກ່ຽວກັບການແກ້ ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ, ການແກ້ໄຂຄວາມຫຍຸ້ງຍາກທາາງດ້ານ ເສດຖະກິດ-ການເງິນ ເພື່ອຮັບປະກັນເຮັດໃຫ້ຮາກຖານມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບ ຮ້ອຍ ຕາມບໍລິເວນຊາຍແດນ ແລະ ທົ່ວສັງຄົມ. ລາຍງານການເຄື່ອນໄຫວວຽກງານປະຈຳອາທິດ, ປະຈຳເດືອນ ໃຫ້ແກ່ກອງເລຂາຄະນະຊີ້ນໍາຂັ້ນແຂວງ ໃຫ້ເປັນປົກກະຕິຕໍ່ເນື່ອງ.