ເຈົ້າແຂວງຈຳປາສັກ ຕ້ອນຮັບຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ
14/07/2025

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ໄດ້ຕ້ອນຮັບ ທ່ານ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມຄະນະ ໃນວັນທີ 10 ກໍລະກົດ 2025 ທີ່ຫ້ອງວ່າການແຂວງຈຳປາສັກ, ໃນໂອກາດມາເຄື່ອນໄຫວວຽກງານທີ່ແຂວງຈຳປາສັກ. ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງການຕ້ອນຮັບ ພ້ອມທັງໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບລວມ ການນຳພາ-ຊີ້ນຳ ການພັດທະນາເສດຖະກິດ-ສັງຄົມ, ການຊຸກຍູ້ການຜະລິດ, ການປູກ-ການລ້ຽງ ແມ່ນມີລັກສະນະຟົດຟື້ນ; ການຜັນຂະຫຍາຍວຽກງານປັບປຸງກົງຈັກການຈັດຕັ້ງ, ແຂວງຈຳປາສັກ ໄດ້ມີການເຊື່ອມຊຶມບັນດາ ນິຕິກຳຕ່າງໆຂອງສູນກາງພັກ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ໄດ້ 3 ຄັ້ງ ຢ່າງເປີດກວ້າງ ແລະ ຄະນະປັບປຸງກົງຈັກການຈັດຕັ້ງ ຂັ້ນແຂວງ ຍັງໄດ້ລາຍງານຕໍ່ສູນກາງ ຢ່າງເປັນປົກກະຕິ. ນອກນັ້ນ, ຍັງໄດ້ລາຍງານໃຫ້ຮູ້ເຖິງວຽກງານກະກຽມໃຫ້ແກ່ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນອົງຄະນະພັກແຂວງ ຕື່ມອີກ.ທ່ານ ວິໄລວົງ ບຸດດາຄໍາ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ຕີລາຄາສູງຕໍ່ ຜົນງານການນຳພາ-ຊີ້ນຳຂອງຄະນະພັກ ອົງການປົກຄອງແຂວງຈຳປາສັກ ແລະ ການມາເຄື່ອນໄຫວວບກງານໃນຄັ້ງນີ້ ແມ່ນຈະໄດ້ເຮັດວຽກ ຮ່ວມກັບ ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຂັ້ນແຂວງ ຕື່ມອີກ.