ອົງການປົກຄອງ ແຂວງຈຳປາສັກ ມອບລົດອະເນກປະສົງ ໃຫ້ນະຄອນປາກເຊ

15/07/2025

ອົງການປົກຄອງ ແຂວງຈຳປາສັກ ມອບລົດອະເນກປະສົງ ໃຫ້ນະຄອນປາກເຊ

        ອົງການປົກຄອງແຂວງຈຳປາສັກ ໄດ້ມອບລົດອະເນກປະສົງ ຈຳນວນ 1 ຄັນ, ມູນຄ່າ 40 ລ້ານກວ່າກີບ ໃຫ້ນະຄອນປາກເຊ ເພື່ອຮັບໃຊ້ໃນການເກັບກູ້ຂີ້ເຫຍື້ອ ທີ່ຕົກຄ້າງ ເພື່ອຮັກສາຄວາມສະອາດ ແລະ ວຽກໂຄສະນາເຜີຍແຜ່ ໃນວັນທີ 14 ກໍລະກົດ 2025 ໂດຍຕາງໜ້າກ່າວມອບຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ ແລະ ກ່າວຮັບໂດຍທ່ານ ສຸກວິໃສ ສີສົມຫວັງ ວ່າການເຈົ້ານະຄອນປາກເຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ລົດຄັນດັ່ງກ່າວ ເປັນການອອກແບບເພີ່ມຕື່ມ ສ້າງຂຶ້ນຈາກຄວາມຄິດສ້າງສັນ ໂດຍສົ່ງເສີມແນວຄິດ ຕໍ່ຍອດວິຊາຊີບ ສີມືແຮງງານ ຂອງນັກຮຽນ ນັກສຶກສາ, ຄູອາຈານ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈໍາປາສັກ ແລະ ຍັງນຳໃຊ້ພະລັງງານ ໄຟຟ້າ ທີ່ເປັນມິດກັບສິ່ງແວດລ້ອມ ພ້ອມນີ້, ລົດຄັນນີ້ ສາມາດເປັນລົດຮັບໃຊ້ ໃນເກັບກູ້ ຄ່ຽນຖ່າຍ ຂີ້ເຫຍື້ອ ທີ່ຕົກຄ້າງ ຕາມຮ່ອມນ້ອຍ ທີ່ລົດໃຫຍ່ ບໍ່ສາມາດເຂົ້າເຖິງ ເພື່ອຮັກສາຄວາມສະອາດ ໃນຕົວເມືອງ. ນອກນີ້, ຍັງໃຊ້ປະໂຫຍດ ເຂົ້າໃນການເຜີຍແຜ່, ໂຄສະນາ ໃນການປູກຈິດສໍານຶກ ໃຫ້ແກ່ປະຊາຊົນທົ່ວນະຄອນ ໃຫ້ເຊື່ອມຊຶມຢ່າງເລິກເຊິ່ງ ໃນການປົກປັກຮັກສາສິ່ງແວດລ້ອມ, ທັງເປັນລົດເລາະກວດກາ ຄວາມເປັນລະບຽບຮຽບຮ້ອຍ ຢູ່ໃນນະຄອນປາກເຊ ຕື່ມອີກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ