ຫ້ອງວ່າການ 5 ແຂວງ ພົບປະແລກປ່ຽນວຽກງານ ດ້ານວິຊາການ

23/07/2025

ຫ້ອງວ່າການ 5 ແຂວງ ພົບປະແລກປ່ຽນວຽກງານ ດ້ານວິຊາການ

        ກອງປະຊຸມ ພົບປະແລກປ່ຽນວຽກງານຫ້ອງວ່າການ 5 ແຂວງມີ ແຂວງສະຫວັນນະເຂດ, ເຊກອງ, ອັດຕະປື, ສາລະວັນ ແລະ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 19 ກໍລະກົດ 2025 ທີ່ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງທ່ານ ພູລໍາພອນ ສີຫາວົງ ຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ ພ້ອມດ້ວຍຜູ້ຕາງໜ້າຈາກ 5 ແຂວງ, ຂະແໜງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.  ການພົບປະຄັ້ງນີ້, ເພື່ອເປັນການຂະຫຍາຍການຮ່ວມມື-ແລກປ່ຽນບົດຮຽນ ດ້ານວິຊາການ ຂອງຫ້ອງວ່າການແຂວງ ໃຫ້ສາມາດຂະຫຍາຍກວ້າງຂວາງ ໂດຍໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນວຽກງານ ຂອງຫ້ອງວ່າການໃນແຕ່ລະດ້ານ, ເພື່ອແລກປ່ຽນກັນໃນແຕ່ລະແຂວງ ເຊິ່ງມີຄວາມຈຳເປັນ
 
 
ແລະ ສຳຄັນທີ່ສຸດ ເພື່ອເປັນຂໍ້ມູນສຳຄັນໃຫ້ແກ່ບັນດາແຂວງ ນຳໄປຄົ້ນຄວ້າປັບປຸງ ແລະ ພັດທະນາວຽກງານຮອບດ້ານ ຂອງຫ້ອງວ່າການ ໃຫ້ເໝາະສົມກັບຄວາມເປັນຈິງ ແລະ ສອດຄ່ອງກັບສະພາບການ ພັດທະນາເສດຖະກິດ-ສັງຄົມພາຍໃນແຂວງຂອງຕົນໃນແຕ່ລະໄລຍະ.  ກອງປະຊຸມຄັ້ງນີ້ ໄດ້ກໍານົດເອົາຫົວຂໍ້ ທີ່ຕິດພັນກັບວຽກງານຂອງຂະແໜງການພາຍໃນ ຫ້ອງວ່າການແຂວງ ມາປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນ, ພ້ອມທັງຮັບຮອງເອົາຫ້ອງວ່າການແຂວງຄຳມ່ວນ ເພື່ອເຂົ້າຮ່ວມ ການພົບປະແລກປ່ຽນວຽກງານຫ້ອງວ່າການ ໃນປີຕໍ່ໜ້າ ແລະ ແຂວງສາລະວັນ ຈະເປັນເຈົ້າພາບຈັດງານດັ່ງກ່າວ ໃນປີຕໍ່ໄປ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ