24/07/2025

ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ໃນວັນທີ 22 ກໍລະກົດ 2025, ທີ່ຫ້ອງວ່າການແຂວງ. ໃນໂອກາດມາເຄື່ອນໄຫວວຽກງານທີ່ແຂວງຈຳປາສັກ. ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງການຕ້ອນຮັບ ພ້ອມທັງໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບລວມ ການນຳພາ-ຊີ້ນຳ ການພັດທະນາເສດຖະກິດ-ສັງຄົມ, ວຽກງານ ອຸດສາຫະກໍາ, ການຄ້າ ແລະ ການບໍລິການ, ລວມທັງວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຢູ່ແຂວງຈຳປາສັກ. ໃນໂອກາດນີ້ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ, ພ້ອມທັງກ່າວຈຸດປະສົງຂອງການລົງເຄື່ອນໄຫວເຮັດວຽກຢູ່ທ້ອງຖິ່ນໃນຄັ້ງນີ້ ກໍຄືແຂວງຈຳປາສັກ, ເພື່ອລົງສົມທົບປັບປຸງກົງຈັກສາຍຕັ້ງຂອງກະຊວງ, ປຶກສາຫາລືກັບຄະນະປັບປຸງກົງຈັກຂັ້ນແຂວງ ກ່ຽວກັບການກຳນົດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂັ້ນແຂວງ ແລະ ຂັ້ນເມືອງ.