28/07/2025

ໃນວັນທີ 27 ກໍລະກົດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ, ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ, ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ, ຮາກຖານ ເຂດເມືອງມຸນລະປາໂມກ ແຂວງຈໍາປາສັກ, ໂດຍມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳເຮົ້າ ວົງພົມ ຫົວໜ້າຫ້ອງເສນາທິການທະຫານແຂວງຈຳປາສັກ ໄດ້ລາຍງານສະພາບການທີ່ເກີດຂຶ້ນຕາມບໍລິເວນຊາຍແດນໃນໄລຍະຜ່ານມານີ້. ຈາກນັ້ນ, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ນຳເອົາຄວາມອົບອຸ່ນຮັກແພງ, ຄວາມເປັນຫວ່ງເປັນໃຍມາຍັງນາຍ ແລະ ພົນທະຫານ ພະນັກງານນັກຮົບ ທີ່ເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າ ທີ່ພັກ ແລະ ປະຊາຊົນ ມອບໝາຍໃຫ້, ພ້ອມກັນນັ້ນ ການນຳຂອງເມືອງມຸນລະປາໂມກ ຕ້ອງມີການປະສານສົມທົບກັບພາກສ່ວນຕ່າງໆ ຢ່າງໄກ້ຊິດ, ນຳພາແນວຄິດແທດເຖິງປະຊາຊົນ, ປັບປຸງກໍາລັງກອງຫຼອນທ້ອງຖິ່ນຮາກຖານ ໃຫ້ມີຄວາມເຂັ້ມແຂງ
ແລະ ຖືໂອກາດດັ່ງກ່າວ ເປັນການຊຸກຍຸ້ສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ IX ທີ່ຈະມາເຖິງ. ໃນໂອກາດເຄື່ອນໄຫວຕິດຕາມຊຸກຍູ້ວຽກງານຊາຍແດນຄັ້ງນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ນຳເອົາເຄື່ອງບໍລິໂພກ-ອຸປະໂພກ ທີ່ຈຳເປັນ ແລະ ເງິນສົດ ຈຳນວນໜຶ່ງ ທີ່ໄດ້ຮັບການອຸປະຖຳ ປະກອບສ່ວນຈາກພາກສ່ວນ ຜູ້ປະກອບການ ກໍຄືທົ່ວສັງຄົມ ລວມມູນຄ່າທັງໝົດ 130 ລ້ານກວ່າກີບ ມອບໃຫ້ກຳລັງຢູ່ແນວໜ້າ ອີກດ້ວຍ.