ສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ ‘‘ເສີມຂະຫຍາຍພັດທະນາເຂດແຄວ້ນ ຢູ່ແຂວງຈຳປາສັກ ໃນໄລຍະໃໝ່”
30/07/2025

ກອງປະຊຸມ ສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ ‘‘ເສີມຂະຫຍາຍພັດທະນາເຂດແຄວ້ນ ຢູ່ແຂວງຈຳປາສັກ ໃນໄລຍະໃໝ່’’ ໄດ້ຈັດຂຶ້ນໃນວັນທີ 29 ກໍລະກົດຜ່ານມາ ທີ່ແຂວງຈໍາປາສັກ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບົວສອນ ບຸບຜາວັນ ອະດີດກຳມະການກົມການເມືອງສູນກາງພັກ ອະດີດນາຍົກລັດຖະມົນຕີ, ມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ.

ທ່ານເຈົ້າແຂວງຈຳປາສັກ ກ່າວວ່າ: ກອງປະຊຸມຄັ້ງນີ້, ພວກຈະໄດ້ຮັບຟັງ ແລະ ມີຄຳເຫັນແລກປ່ຽນກ່ຽວກັບ 3 ຫົວຂໍ້ ຄື: 1, ການລຸກຮື້ຂຶ້ນຍຶດອຳນາດການປົກຄອງ ສຳເລັດການປະຕິວັດຊາດປະຊາທິປະໄຕຢູ່ປາກເຊ ແຂວງຈຳປາສັກ. 2, ບາງບົດຮຽນການກໍ່ສ້າງຮາກຖານການເມືອງ ການສ້າງຕາແສງ ພັດທະນາປະຊາຊົນຢູ່ດີກິນດີ ຢູ່ແຂວງຈໍາປາສັກ ແລະ 3, ການພັດທະນາເຂດແຄວ້ນ ຢູ່ແຂວງພາກໃຕ້. ບັນດາຫົວຂໍ້ທີ່ກ່າວມານັ້ນ, ແມ່ນມີຄວາມສໍາຄັນຫຼາຍ ແລະ ເປັນເຫດການທີ່ຕິດພັນກັບແຂວງຈຳປາສັກ ແລະ ບັນດາແຂວງພາກໃຕ້ ກໍຄືບັນດາກະຊວງທີ່ກ່ຽວຂ້ອງ ທີ່ມີໂຄງການ ກິດຈະກໍາຕ່າງໆ ທີ່ເຄື່ອນໄຫວ ຢູ່ບັນດາແຂວງພາກໃຕ້.

ທ່ານ ບົວສອນ ບຸບຜາວັນ ໄດ້ໃຫ້ກຽດບັນຍາຍ ບັນດາຫົວຂໍ້ບັນຫາທີ່ແລກປ່ຽນ ແລະ ໄດ້ສະຫຼຸບຫຍໍ້ຄວາມສຳຄັນຂອງແຕ່ລະພາກ ເຊັ່ນ: 3 ບາດຄ້ອນຍຸດທະສາດ ມີບົດບາດສໍາຄັນໃນການປົດປ່ອຍພາກໃຕ້ຂອງລາວ; ການສ້າງຕາແສງ ແລະ ພັດທະນາປະຊາຊົນຢູ່ດີກິນດີ ແມ່ນການສ້າງປະຖົມປັດໄຈເພື່ອກ້າວຂຶ້ນສູ່ສັງຄົມນິຍົມ ແລະ ການພັດທະນາເຂດແຄວ້ນ ແມ່ນການພັດທະນາຈຸດສຸມ ທ່າແຮງບົ່ມຊ້ອນຂອງເຂດ. ພ້ອມນັ້ນ ຜູ້ແທນກອງປະຊຸມ ຍັງໄດ້ຫາລື ແລກປ່ຽນຄຳຄິດຄຳເຫັນ ເຈາະຈີ້ມບາງບັນຫາ ເຊັ່ນ: ເຫດການຍຶດອຳນາດການປົກຄອງຢູ່ແຂວງຈຳປາສັກ; ການສ້າງຕາແສງພັດທະນາ ປະຊາຊົນຢູ່ດີກິນດີ ສອດຄ່ອງກັບແນວຄິດ ແລະ ອຸດົມການຂອງພັກ, ມີຄວາມໝາຍແນວໃດຕໍ່ພາລະກິດປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ການສ້າງຕັ້ງສັງຄົມນິຍົມຢູ່ລາວ; ການພັດທະນາເຂດແຄວ້ນ ມີຄວາມຈຳເປັນແນວໃດຕໍ່ການພັດທະນາປະເທດຊາດຂອງພວກເຮົາ ເປັນຕົ້ນ.