ເຈົ້າແຂວງຈຳປາສັກ ຕ້ອນຮັບຮອງເລຂາຄະນະບໍລິຫານງານ ສຊປລ

11/08/2025

ເຈົ້າແຂວງຈຳປາສັກ ຕ້ອນຮັບຮອງເລຂາຄະນະບໍລິຫານງານ ສຊປລ

        ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບທ່ານ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ພ້ອມດ້ວຍຄະນະ ໃນວັນທີ 8 ສິງຫາ 2025 ທີ່ຫ້ອງວ່າການແຂວງ, ໃນໂອກາດມາເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ.  ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງການຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາເຄື່ອນໄຫວຂອງທ່ານຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມຄະນະ ໃນຄັ້ງນີ້, ເຊິ່ງຜ່ານມາ ຄະນະນຳແຂວງຈຳປາສັກ ໄດ້ເອົາໃຈໃສ່ໃນການນຳພາ-ຊີ້ນຳ ອົງການຈັດຕັ້ງມະຫາຊົນ ກໍຄືວຽກງານຊາວໜຸ່ມປະຊາຊົນ ປະຕິວັດລາວ, ຊຸກຍູ້ຂະບວນການເພື່ອຂ່ຳນັບຮັບຕ້ອນ ວັນສຳຄັນຕ່າງໆຂອງພັກ ຂອງຊາດ, ຂະບວນການຊ່ວຍເຫລືອສັງຄົມ ແລະ ອື່ນໆ, ພ້ອມນັ້ນ ທ່ານເຈົ້າແຂວງຍັງໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບລວມ, ໂດຍໄດ້ນຳພາສ້າງຂະບວນການຮອບດ້ານ, ບວກກັບສັງຄົມ ປະກອບສ່ວນດ້ານເຫື່ອແຮງ ແລະ ທຶນຮອນ ເຂົ້າໃນວຽກງານສ້າງສາ ພັດທະນາທ້ອງຖິ່ນຮາກຖານ ການສ້າງເສັ້ນທາງ, ການອອກແຮງງານອະນາໄມ ຢ່າງເປັນຂະບວນການກວ້າງຂວາງ ເພື່ອສຸມໃສ່ກະກຽມແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແຂວງໄດ້ສຳເລັດການທາບທາມ ໃນຮອບທີ 1.  
 
 
ໂອກາດນີ້, ທ່ານ ທອງລີ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນງານການເຄື່ອນໄຫວ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍສະເພາະ ການສົ່ງເສີມ ພັດທະນາສີມື ວິຊາຊີບຊາວໜຸ່ມ, ຊຸກຍູ້ຫລາຍຂະບວນການ ເປັນຕົ້ນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສາຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ວັນສໍາຄັນອື່ນໆ ທີ່ມີຜົນສໍາເລັດ ໃນກາຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ເຊິ່ງການມາເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກໃນຄັ້ງນີ້ ແມ່ນຈະໄດ້ດຳເນີນກອງປະຊຸມຜ່ານເນື້ອໃນ ແລະ ທາບທາມບຸກຄະລາກອນ ເພື່ອສະໝັກເຂົ້າເປັນຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄັ້ງທີ IX ຮອບທີ II ທີ່ແຂວງຈຳປາສັກ ໂດຍມີຜູ້ແທນຊາວໜຸ່ມຈາກ 5 ແຂວງ ເຂົ້າຮ່ວມ ແລະ ຈະໄດ້ມີການພົບປະກັບຄະນະນັກທຸລະກິດໜຸ່ມຂອງແຂວງຈຳປາສັກ ຕື່ມອີກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ