ການນຳແຂວງຈຳປາສັກ ຕ້ອນຮັບ ຮອງຫົວໜ້າຫ້ອງວ່າການສູນກາງພັກ

13/08/2025

ການນຳແຂວງຈຳປາສັກ ຕ້ອນຮັບ ຮອງຫົວໜ້າຫ້ອງວ່າການສູນກາງພັກ

        ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍຄະນະ ຕ້ອນຮັບທ່ານ ມີໄຊ ພົມເຂ ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ ຄະນະຕິດຕາມຊຸກຍູ້ກະກຽມເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກ ແຂວງຈຳປາສັກ ໃນວັນທີ 11 ສິງຫາ 2025 ທີ່ຫ້ອງວ່າການແຂວງຈຳປາສັກ.  ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງການຕ້ອນຮັບ ແລະ ຊົມເຊີຍມາຍັງ ທ່ານ ມີໄຊ ພົມເຂ ພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວຕິດຕາມຊຸກຍູ້ ຊ່ວຍກະກຽມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະແຂວງຈຳປາສັກ ໃນຄັ້ງນີ້ ແລະ ຫວັງວ່າຈະໃຫ້ສຳເລັດຕາມລະດັບຄາດໝາຍ, ພ້ອມທັງເນັ້ນໃຫ້ອະນຸກຳມະການເນື້ອໃນຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນການກະກຽມຮ່າງລາຍງານການເມືອງ ຢ່າງປະດິດສ້າງ, ຖືກຕ້ອງ, ສອດຄ່ອງ ແລະ ແທດເໝາະກັບສະພາບເງື່ອນໄຂ, ຈຸດພິເສດຕົວຈິງ ຂອງອົງຄະນະພັກ.
 
 
ທ່ານ ມີໄຊ ພົມເຂ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ພ້ອມທັງແຈ້ງຈຸດປະສົງການມາເຄື່ອນໄຫວໃນຄັ້ງນີ້ ກໍເພື່ອກະກຽມຄວາມພ້ອມຮອບດ້ານ ໃນການກຳແໜ້ນເນື້ອໃນຈິດໃຈຄຳເຫັນຊີ້ນໍາຂອງຂັ້ນເທິງ ໂດຍສະເພາະ ຄຳສັ່ງ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 03 ຂັ້ນ ຂອງຄະນະເລຂາທິການສູນກາງພັກ; ບົດແນະນໍາກ່ຽວກັບການກະກຽມເນື້ອໃນຮ່າງລາຍງານການເມືອງ ຂອງອົງຄະນະພັກແຕ່ລະຂັ້ນ ຂອງຫ້ອງວ່າການສູນກາງພັກ ທີ່ວາງອອກມາໃຫ້ເລິກເຊິ່ງ ແນໃສ່ເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບ ຕໍ່ເນື້ອໃນກອງປະຊຸມໃຫຍ່ ໂດຍສະເພາະ ຕໍ່ຮ່າງລາຍງານການເມືອງ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ. ພ້ອມດຽວກັນນັ້ນ, ຍັງເປັນການສ້າງຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບຕໍ່ພາລະບົດບາດ, ສິດ, ໜ້າທີ່ຄວາມຮັບຜິດຊອບ ຂອງຫ້ອງວ່າການສູນກາງພັກ ກໍຄື ຄະນະຮັບຜິດຊອບທີ່ຈະລົງຊຸກຍູ້ ຊ່ວຍການກະກຽມເນື້ອໃນເອກະສານກອງປະຊຸມໃຫຍ່ ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ໃຫ້ໄປຖືກທິດ ແລະ ລວງດຽວກັນ
 
 
ທັງນີ້ກໍເພື່ອຍົກສູງຄຸນນະພາບໃນການປະຕິບັດໜ້າທີ່ ຂອງຄະນະຮັບຜິດຊອບທີ່ຈະລົງຊ່ວຍຊຸກຍູ້ ການກະກຽມເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກ ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຕາມລະດັບຄາດໝາຍຂອງຂັ້ນເທິງໄດ້ວາງໄວ້.  ໂອກາດດຽວກັນ, ຄະນະດັ່ງກ່າວ ຍັງໄດ້ຮ່ວມເຮັດວຽກ ກັບຄະນະກະກຽມເນື້ອໃນກອງປະຊຸມໃຫຍ່ຂັ້ນແຂວງ ເຊິ່ງນຳໂດຍ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ ນຳອີກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ