15/08/2025

ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບ ໃບຂອບໃຈ, ໃບຊົມເຊີຍ ໃຫ້ພະແນກການ ກົມກອງອ້ອມຂ້າງແຂວງ ແລະ ບຸກຄົນ 20 ພາກສ່ວນ, ທີ່ມີຄຸນງາມຄວາມດີໃນການປະກອບສ່ວນສະໜັບສະໜູນດອກໄຟຟ້າໂຊລາເຊວ ກຳລັງຕິດຕັ້ງ 600 ວັດ ມີຈຳນວນ 46 ຊຸດ ລວມມູນຄ່າ 130 ລ້ານກວ່າກີບ ໃສ່ຂົວຂ້າມນ້ຳຂອງ ເມືອງໂຂງ, ແຂວງຈຳປາສັກ. ພິທີດັ່ງກ່າວໄດ້ມີຂື້ນ ໃນວັນທີ 12 ສິງຫາ 2025 ຜ່ານມານີ້, ທີ່ຫ້ອງວ່າການແຂວງ. ໂດຍການກ່າວມອບຂອງ ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ແລະ ຮັບໂດຍຜູ້ຕາງໜ້າຂອງພະແນກການ ກົມກອງກ່ຽວຂ້ອງ. ໂອກາດນີ້, ທ່ານ ສະນັ່ນ ສີພາພົມມະຈັນ ຕາງໜ້າຄະນະພັກ- ອົງການປົກຄອງແຂວງໄດ້ສະແດງຄວາມຂອບໃຈແລະຊົມເຊີຍເປັນຢ່າງຢູ່ ມາຍັງທຸກພາກສ່ວນທີ່ໄດ້ໃຫ້ການສະໜັບສະໜູນທຶນຮອນ ວັດຖຸ ແລະ ຈິດໃຈ ປະກອບສ່ວນ ດອກໄຟຟ້າໂຊລາເຊວ ລວມມູນຄ່າ 130 ລ້ານກວ່າກີບ ໃສ່ຂົວຂ້າມນ້ຳຂອງ ເມືອງໂຂງ ເປັນການປະກອບສ່ວນ ແກ່ການພັດທະນາທ້ອງຖິ່ນໃຫ້ມີໃບໜ້າອັນໃໝ່ ມີຄວາມສ່ວຍງາມ, ເປັນການຊຸກຍູ້ຂະບວນການ ຢ່າງກວ້າງຂວາງ ເພື່ອກະກຽມກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຄັ້ງທີ IX, ເຊິ່ງແຂວງຈຳປາສັກ ໄດ້ສຸມໃສ່ ກໍ່ສ້າງປັບປຸງພື້ນຖານໂຄງລ່າງທີ່ຈຳເປັນທີ່ອຳນວຍຄວາມສະດວກໃນການປັບປຸງກໍ່ສ້າງເສັ່ນທາງ ທົ່ວແຂວງ.