ຈຳປາສັກ -ມາເລເຊຍ ສົ່ງເສີມວຽກງານການທ່ອງທ່ຽວຮ່ວມກັນ

18/08/2025

ຈຳປາສັກ -ມາເລເຊຍ ສົ່ງເສີມວຽກງານການທ່ອງທ່ຽວຮ່ວມກັນ

        ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ເອດີ ອີຣາວານ ບິນ ມາມູດ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ໃນວັນທີ 14 ສິງຫາ ຜ່ານມາ ທີ່ຫ້ອງວ່າການແຂວງ ໃນໂອກາດມາຢ້ຽມຢາມ ແລະ ຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ສອງປະເທດ ມາເລເຊຍ-ລາວ ຢູ່ແຂວງຈຳປາສັກ.  ທ່ານເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ຂອງສອງປະເທດ ລາວ ແລະ ມາເລເຊຍ, ການມາເຄື່ອນໄຫວຂອງທ່ານເອກອັກຄະລັດຖະທູດມາເລເຊຍ ປະຈຳລາວ ໃນຄັ້ງນີ້ ເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີງາມ, ຊຸກຍູ້ ສົ່ງເສີມວຽກງານການທ່ອງທ່ຽວ ຂອງສອງປະເທດ ມາເລເຊຍ-ລາວ ກໍຄືແຂວງຈຳປາສັກ.
 
 
ທ່ານ ເອດີ ອີຣາວານ ບິນ ມາມູດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ໄດ້ແຈ້ງຈຸດປະສົງຂອງການມາຢ້ຽມຢາມແຂວງຈຳປາສັກ ເພື່ອຮ່ວມມືໃນການຈັດກິດຈະກຳ ເພື່ອໂຄສະນາເປີດການທ່ອງທ່ຽວ ຂອງປະເທດມາເລເຊຍ ໃນປີ 2026, ສົ່ງເສີມການທ່ອງທ່ຽວ ຂອງສອງປະເທດ ມາເລເຊຍ-ລາວ ຊຶ່ງຢູ່ໃນ ສປປ ລາວ ໄດ້ກຳນົດເອົາສອງຈຸດໃນການໂຄສະນາສົ່ງເສີມການທ່ອງທ່ຽວຂອງປະເທດມາເລເຊຍ ຄື: ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ. ໃນກິດຈະກຳໄດ້ນຳສະເໜີພາບລວມການທ່ອງທ່ຽວ, ການບໍລິການ ແລະ ທ່າແຮງຈຸດດຶງດູດການທ່ອງທ່ຽວຂອງປະເທດມາເລເຊຍ, ພ້ອມນັ້ນ ໄດ້ນຳສະເໜີທຳຄວາມຮູ້ຈັກ ບັນດາຜູ້ປະກອບການ ການທ່ອງທ່ຽວ ຂອງສອງຝ່າຍ ມາເລເຊຍ ກັບ ແຂວງຈຳປາສັກ ແລະ ມີການແລກປ່ຽນຂໍ້ມູນຂ່າວສານ ນຳກັນ ເພື່ອຈະມີການແລກປ່ຽນ ເຊັນສັນຍາ ການຮ່ວມມືນຳກັນໃນຕໍ່ໜ້າ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ