20/08/2025

ທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຈໍາປາສັກ. ໃນວັນທີ 18 ສິງຫາ 2025 ຜ່ານມານີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ສະແດງການຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວເຮັດວຽກຢູ່ແຂວງຈໍາປາສັກຂອງທ່ານຮອງປະທານສະພາແຫ່ງຊາດ ພ້ອມຄະນະໃນຄັ້ງນີ້, ພ້ອມທັງໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບລວມ ການນຳພາຊີ້້ນຳ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການຊຸກຍູ້ການຜະລິດ, ການປູກການລ້ຽງ ແມ່ນມີລັກສະນະຟົດຟື້ນ;
ການຜັນຂະຫຍາຍວຽກງານການປັບປຸງກົງຈັກການຈັດຕັ້ງແຂວງຈຳປາສັກ ໄດ້ມີການເຊື່ອມຊຶມບັນດານິຕິກຳ ຕ່າງໆຂອງສູນກາງພັກ ເຊິ່ງອັນພົ້ນເດັ່ນໃນອາທິດຜ່ານມານີ້້ຄະນະພັກ, ສອງອົງການປົກຄອງແຂວງ ກັບ ສະພາປະຊາຊົນແຂວງ ໄດ້ສຸ່ມໃສ່ການຈັດຕັ້ງປາຖະກະຖາວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 34 ປີ ຢູ່ບັນດາພະແນກການ-ກົມກອງອ້ອມຂ້າງແຂວງ, ບັນດາເມືອງ, ນະຄອນ ໃນທົ່ວແຂວງຈໍາປາສັກ ຢ່າງເປັນຂະບວນກວ້າງຂວາງ ເຊິ່ງເປັນການເຊີດຊູສະຕິການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ໃນທົ່ວສັງຄົມໃຫ້ໜັກແໜ້ນເຂັ້ມແຂງ. ນອກນັ້ນ, ແຂວງຈໍາປາສັກ ຍັງໄດ້ສຸມໃສ່ການຈັດຕັ້ງປະຕິບັດ 3 ໜ້າວຽກໃຫຍ່ໃນການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຈໍາປາສັກ ຢ່າງເປັນຂະບວນຟົດຟື້ນ.
ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ຕີລາຄາສູງຕໍ່ ຜົນສໍາເລັດຂອງການນຳພາຊີ້ນຳຂອງຄະນະພັກ, ອົງການປົກຄອງແຂວງຈຳປາສັກ ທີ່ພົ້ນເດັ່ນຫຼາຍດ້ານ ພ້ອມທັງສະເໜີຈຸດປະສົງຂອງການລົງມາເຄື່ອນໄຫວເຮັດວຽກຢູ່ແຂວງຈໍາປາສັກ ຂອງຄະນະໃນຄັ້ງນີ້ ກໍ່ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍຂອງບັນດາພະແນກການ-ກົມກອງ ຢູ່ຂັ້ນທ້ອງຖິ່ນ ເຊິ່ງແຜນເຄື່ອນໄຫວຄະນະຈະໄດ້ເປີດກອງປະຊຸມເຮັດວຽກຮ່ວມກັບພະແນກການ-ກົມກອງ ທີ່ກ່ຽວຂ້ອງຂອງແຂວງຈໍາປາສັກ