ສອງພາກສ່ວນຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຈຳປາສັກ ສະໄໝທີ IX
29/08/2025

ບໍລິສັດດັກລັກ ຣັບເບີ ຈຳກັດ ໄດ້ປະກອບສ່ວນ 100 ລ້ານກີບ ແລະ ທະນາຄານຮ່ວມພັດທະນາມະຫາຊົນ (JDB) 100 ລ້ານກີບ ເພື່ອຊຸກຍູ້ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຈຳປາສັກ ສະໄໝທີ IX ທີ່ຈະໄຂຂຶ້ນ ໃນເດືອນກັນຍາ 2025 ທີ່ຈະມາເຖິງນີ້. ພິທີມອບ-ຮັບ ເງິນຊຸກຍູ້ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 27 ສິງຫາ 2025 ທີ່ຫ້ອງວ່າການແຂວງ, ຕາງໜ້າມອບໂດຍ ທ່ານ ໂດ໋ທ້ຽນເຫງຍ ຜູ້ອຳນວນການ ບໍລິສັດດັກລັກ ຣັບເບີ ຈຳກັດ ແລະ ທ່ານ ປິ່ນໂຢ ສີຫາລາດ ຫົວໜ້າໜ່ວຍບໍລິການ ທະນາຄານຮ່ວມພັດທະນາມະຫາຊົນ ສາຂາ ປາກເຊ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງ ທ່ານ ໂດ໋ ທ້ຽນ ເຫງຍ ແລະ ທ່ານ ປິ່ນໂຢ ສີຫາລາດ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການອຸປະຖຳໃນຄັ້ງນີ້ ເຊິ່ງເປັນການປະກອນສ່ວນອັນສຳຄັນຂອງຜູ້ປະກອບການ ພາກເອກະຊົນ ໃນການຊຸກຍູ້ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ; ຄະນະພັກ ອົງການປົກຄອງແຂວງຈຳປາສັກ ຈະນຳໃຊ້ທຶນດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ ເພື່ອເຮັດໃຫ້ການດຳເນີນ ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກ ແຂວງຈຳປາສັກ ໃຫ້ໄປບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ ດ້ວຍຜົນສຳເລັດອັນຈົບງາມ.