ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ແຂວງຈຳປາສັກ ປຶກສາຫາລື ເພື່ອສົ່ງເສີມການຜະລິດເປັນສິນຄ້າ
03/09/2025

ວັນທີ 1 ກັນຍາ 2025, ທີ່ແຂວງຈຳປາສັກ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ພ້ອມດ້ວຍບັນດາກົມກ່ຽວຂ້ອງ ແລະ ໄດ້ມີການພົບປະ ແລະ ເຮັດວຽກ ເພື່ອປຶກສາຫາລື ໃນການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ຢູ່ເມືອງໂຂງ. ໃນການພົບປະນີ້, ທ່ານເຈົ້າແຂວງຈຳປາສັກ ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີຄຳເຫັນແລກປ່ຽນ ໂດຍໄດ້ຕີລາຄາຄືນໃນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື ຮ່ວມກັນ ຜ່ານມາ ທີ່ໄດ້ກຳນົດໂຄງການ ແລະ ກິດຈະກຳ ການສົ່ງເສີມການເຊື່ອມໂຍງ ເຂົ້າເຖິງຕະຫຼາດສາກົນ, ການສົ່ງເສີມພັດທະນາສິນຄ້າ, ການສ້າງແວດລ້ອມທີ່ເອື້ອອຳນວຍໃຫ້ການເຮັດທຸລະກິດ, ແລະ ການສ້າງຄວາມເຂັ້ມແຂງທາງດ້ານບຸກຄະລາກອນ;

ພ້ອມນັ້ນຍັງໄດ້ ປຶກສາຫາລື ໃນການຊຸກຍູ້ສົ່ງເສີມໂຄງການສ້າງຄວາມເຂັ້ມແຂງການຜະລິດເປັນສິນຄ້າ ກຸ່ມການຜະລິດ ພາຍໃນເມືອງໂຂງ (ໂດຍການສະໜັບສະໜູນທຶນພັດທະນາຊຸມຊົນຂອງເຂື່ອນໄຟຟ້າ ດອນສະໂຮງ), ເພື່ອສົ່ງເສີມ ການຜະລິດເປັນສິນຄ້າໃຫ້ມີຄວາມຍຶນຍົງ ທັງເປັນການພັດທະນາຊຸມຊົນ ຜະລິດສິນຄ້າເປັນເອກະລັກ ພູມປັນຍາຂອງທ້ອງຖິ່ນ, ຮັບປະກັນການພັດທະນາດ້ານສີມື ຍົກສູງສະມັດຕະພາບການຜະລິດສິນຄ້າໃຫ້ມີຄວາມຫຼາກຫຼາຍ ສ້າງມູນຄ່າເພີ່ມໃຫ້ສູງຂື້ນ; ສົ່ງເສີມການຜະລິດເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ຕາມທິດ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ໃນໂອກາດພົບປະນີ້, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ເຂື່ອນໄຟຟ້າດອນສະໂຮງ ຈໍາກັບ ມອບເງິນ ຈຳນວນ 300 ລ້ານກີບ ໃຫ້ ແຂວງຈຳປາສັກ ເພື່ອປະກອບສ່ວນ ຊຸກຍູ້ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຈຳປາສັກ ຄັ້ງທີ IX ທີ່ຈະໄຂຂຶ້ນ ໃນໝໍ່ໆ ນີ້