ກຸ່ມບໍລິສັດ ສະຫະບໍລິສັດລາວບໍລິການ ມອບເງິນ 1 ຕື້ກີບໃຫ້ແຂວງຈຳປາສັກ ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່
05/09/2025

ກຸ່ມບໍລິສັດ ສະຫະບໍລິສັດລາວບໍລິການ ໄດ້ມອບເງິນ ຈຳນວນ 1 ຕື້ກີບໃຫ້ແຂວງຈຳປາສັກ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ສະໄໝທີ IX ທີ່ຈະດຳເນີນໃນເດືອນກັນຍາ 2025 ນີ້. ພິທີມອບ - ຮັບ ໄດ້ມີຂຶ້ນໃນວັນທີ 3 ກັນຍາ 2025, ທີ່ຫ້ອງວ່າການແຂວງ, ໂດຍການມອບຂອງ ທ່ານ ນາງ ຫົງພະຈັນ ສະໝີງວົງສາ ຜູ້ອຳນວຍການບໍລິສັດ ສະຫະບໍລິສັດ ລາວບໍລິການ, ຕາງໜ້າຄະນະພັກ - ອົງການປົກຄອງແຂວງ ຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ. ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງທ່ານຜູ້ອຳນວຍການກຸ່ມບໍລິສັດ ສະຫະບໍລິສັດລາວບໍລິການ ພ້ອມດ້ວຍຄະນະ ທີ່ໄດ້ມອບການອຸປະຖຳໃນຄັ້ງນີ້ ເປັນການປະກອນສ່ວນອັນສຳຄັນຂອງຜູ້ປະກອບການພາກເອກະຊົນ ໃນການຊຸກຍູ້ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ພ້ອມທັງອວຍພອນໄປຍັງຄະນະນຳຂອງກຸ່ມບໍລິສັດ ສະຫະບໍລິສັດລາວບໍລິການ ຕະຫຼອດເຖິງພະນັກງານທັງໝົດ ຈົ່ງມີສຸຂະພາບແຂງແຮງ, ມີພະລະນາໄມສົມບູນ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຄວາມກ້າວໜ້າ ໃນໜ້າທີ່ການງານທຸກປະການ; ຄະນະພັກ ອົງການປົກຄອງແຂວງຈຳປາສັກ ຂໍຮັບເອົາ ແລະ ຈະນຳໃຊ້ທຶນດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ ເພື່ອເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຈຳປາສັກ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ.