ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII
05/09/2025

ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝທີ VIII ຂອງຄະນະບໍລິຫານງານພັກແຂວງຈໍາປາສັກ, ໄດ້ຈັດຂຶ້ນໃນ ວັນທີ 4-5 ກັນຍາ 2025 ນີ້ ທີ່ສຳນັກງານແຂວງຈຳປາສັກ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງເລຂາພັກແຂວງ, ບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງເຂົ້າຮ່ວມ.

ສະຫາຍ ອາລຸນໄຊ ສູນນະລາດ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນປະຕິບັດຕາມກົດລະບຽບຂອງພັກ ກໍຄືຫຼັກການ ແລະ ທິດນຳຂອງການກໍ່ສ້າງພັກ ເພື່ອສໍາຫຼວດກວດກາຄວາມຮັບຜິດຊອບການເມືອງຂອງຄະນະບໍລິຫານງານພັກແຂວງ, ຕິດພັນກັບການນຳພາ-ຊີ້ນຳ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ກໍຄືມະຕິ, ຄໍາສັ່ງ ຂອງສູນກາງພັກ, ຂອງອົງຄະນະພັກແຂວງ ເພື່ອຊີ້ໃຫ້ເຫັນຈຸດອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງປັບປຸງແກ້ໄຂໃນຕໍ່ໜ້າ ບົນຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນທຸກຂົງເຂດວຽກງານ ໃຫ້ມີການເຕີບໃຫຍ່ກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ.

ກອງປະຊຸມຄັ້ງນີ້, ຈະໄດ້ດໍາເນີນໄປເປັນເວລາ 2 ວັນ ຊື່ງຈະໄດ້ດໍາເນີນໄປຕາມວາລະ ຄື: ຈະໄດ້ຮັບຟັງ ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງສະໄໝທີ VIII, ຈາກນັ້ນ, ບັນດາສະຫາຍໃນຄະນະພັກ ຈະໄດ້ພ້ອມກັນ ລົງເລິກຄົ້ນຄວ້າ ປະກອບຄໍາເຫັນເຂົ້າໃສ່ຮ່າງບົດສໍາຫຼວດດັ່ງກ່າວ ແລະ ຈະໄດ້ດໍາເນີນຊີວິດການເມືອງ ສໍາຫຼວດກວດກາ ຄວາມຮັບຜິດຊອບການເມືອງ ຂອງສະຫາຍ ຄະນະປະຈຳພັກແຂວງ; ດໍາເນີນຊີວິດການເມືອງ ສໍາຫຼວດກວດກາຄວາມຮັບຜິດຊອບການເມືອງຂອງສະຫາຍ ໃນຄະນະບໍລິຫານງານພັກແຂວງ ແລະ ຜ່ານບົດລາຍງານຜົນການດຳເນີນຊີວິດການເມືອງທ້າຍສະໄໝທີ VIII ຂອງຄະນະບໍລິຫານງານພັກແຂວງຈຳປາສັກ. ຈາກນັ້ນ, ຈະໄດ້ຮັບຟັງການໂອ້ລົມຊີ້ນໍາ ຂອງສະຫາຍປະທານກອງປະຊຸມ ເພື່ອເປັນເຂັມຊີ້ທິດເຍືອງທາງ.