ບໍລິສັດຮ່ວມພັດທະນາສີທັນດອນ ປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່

18/09/2025

ບໍລິສັດຮ່ວມພັດທະນາສີທັນດອນ ປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່

        ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ມອບເງິນ 200 ລ້ານກີບ ໃຫ້ແຂວງຈຳປາສັກ ເພື່ອປະກອບສ່ວນຊຸກຍູ້, ທັງເປັນການສະແດງຄວາມຮູ້ບຸນຄຸນ ແລະ ຂ່ຳນັບຊົມເຊີຍ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຈຳປາສັກ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃນວັນທີ 15 ກັນຍາ 2025 ທີ່ຫ້ອງວ່າການແຂວງ ຕາງໜ້າມອບໂດຍ ທ່ານ ອຸໄທ ແກ້ວໃຈຍົມ ຕາງໜ້າບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ ແລະ ຕາງໜ້າຮັບໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ມີຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຈຳປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.   ໂອກາດນີ້, ທ່ານ ສົມບູນ ເຮືອງວົງສາ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ມາຍັງ ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ທີ່ໄດ້ໃຫ້ການປະກອບສ່ວນສະໜັບສະໜູນໃນຄັ້ງນີ້ ແລະ ໃຫ້ສືບຕໍ່ຈັດຕັ້ງປະຕິບັດໂຄງການຢ່າງມີຜົນສຳເລັດ, ສ້າງພື້ນຖານໂຄງລ່າງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຈຳປາສັກ. ຄະນະພັກ ອົງການປົກຄອງແຂວງຈຳປາສັກ ຂໍຮັບເອົາ ແລະ ຈະນຳໃຊ້ທຶນດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ ເພື່ອເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ແຂວງຈຳປາສັກ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ