ຈໍາປາສັກ ສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
09/10/2025

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຈຳປາສັກ ຄັ້ງທີ IX ໄດ້ເປີດຂຶ້ນ ແລະ ດໍາເນີນໄປຢ່າງຖືກຕ້ອງຕາມຂັ້ນຕອນ, ກົດລະບຽບຂອງພັກ ແລະ ທິດຊີ້ນໍາຂອງສູນກາງພັກ ໃນວັນທີ 24 - 25 ກັນຍາ 2025 ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ຜູ້ຊີ້ນໍາວຽກງານຮອບດ້ານແຂວງຈຳປາສັກ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ; ມີຜູ້ແທນສົມບູນໃນທົ່ວແຂວງຈໍາປາສັກ ເຂົ້າຮ່ວມ 439 ສະຫາຍ, ຍິງ 65 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ບັນດາສະຫາຍສະມາຊິກພັກທັງໝົດ 31,547 ສະຫາຍ, ຍິງ 8,953 ສະຫາຍ. ບັນດາຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາໃສ່ການຄົ້ນຄວ້າ, ປະກອບຄຳເຫັນຢ່າງເລິກເຊິ່ງ ເຮັດໃຫ້ກອງປະຊຸມໃຫຍ່ ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ສຳເລັດລົງຕາມຈຸດປະສົງ, ລະດັບຄາດໝາຍອັນຈົບງາມ.

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຈໍາປາສັກ ຄັ້ງທີ IX ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄໍາເຫັນຢ່າງຕັ້ງໜ້າ ແລະ ເປັນເອກະພາບ ຮັບຮອງເອົາລາຍງານການເມືອງ, ແຜນພັດທະນາເສດຖະກິດ - ສັງຄົມ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດເກົ່າ ຊຶ່ງຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາ ຕະຫຼອດສະໄໝ ໃນໄລຍະ 5 ປີ ຜ່ານມາ. ກອງປະຊຸມໃຫຍ່ ໄດ້ຢືນຢັນຄວາມຕັດສິນໃຈຂອງອົງຄະນະພັກແຂວງ ໃນການສືບຕໍ່ນໍາພາ - ຊີ້ນໍາຮອບດ້ານ ເພື່ອພັດທະນາແຂວງຈໍາປາສັກ ໃຫ້ຈະເລີນຮຸ່ງເຮືອງ ເສດຖະກິດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ເສີມຂະຫຍາຍກໍາລັງແຮງສັງລວມ ໄປສູ່ເປົ້າໝາຍ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ສັງຄົມ ຜາສຸກ ພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ເສີມຂະຫຍາຍກໍາລັງແຮງສັງລວມ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຢ່າງແຂງແຮງ, ສ້າງແຂວງຈໍາປາສັກ ເປັນສູນກາງພັດທະນາຂອງພາກໃຕ້ ເຮັດໃຫ້ປວງປະຊາຢູ່ດີກິນດີ ”.

ກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ໄດ້ກໍານົດໄວ້ ຊຶ່ງປະກອບດ້ວຍຜູ້ເກົ່າ ແລະ ຜູ້ໃໝ່, ຜູ້ອາວຸໂສ, ຜູ້ກາງ ແລະ ຜູ້ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ ຊຶ່ງມີຜູ້ສະໝັກເລືອກຕັ້ງທັງໝົດ 46 ສະຫາຍ, ຍິງ 6 ສະຫາຍ, ເລືອກໄດ້ 41 ສະຫາຍ, ຍິງ 5 ສະຫາຍ ຊຶ່ງບັນດາສະຫາຍທີ່ຖືກເລືອກຕັ້ງ ລ້ວນແຕ່ໄດ້ຜ່ານການທົດສອບ ແລະ ເຕີບໃຫຍ່ ໃນຂະບວນການວຽກງານຕົວຈິງ; ເປັນຕົວແທນທີ່ໄວ້ວາງໃຈຂອງສະມາຊິກພັກ ແລະ ຈະເປັນຫຼັກແຫຼ່ງນໍາພາໃນທົ່ວແຂວງ; ຈາກນັ້ນ, ຍັງໄດ້ໃຊ້ສິດເລືອກເອົາຜູ້ແທນຂອງຕົນ ຊຶ່ງມີຜູ້ແທນສົມບູນ ຈຳນວນ 40 ສະຫາຍ, ຍິງ 6 ສະຫາຍ ແລະ ສໍາຮອງ 6 ສະຫາຍ ເພື່ອໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງຈໍາປາສັກ ສະໄໝທີ IX ໄດ້ພ້ອມກັນໃຊ້ສິດເລືອກເອົາຄະນະປະຈໍາພັກແຂວງ ດ້ວຍການປ່ອນບັດໂດຍກົງ, ລົງຄະແນນສຽງປິດລັບ, ມີຜູ້ອອກສະໝັກເລືອກຕັ້ງ 16 ສະຫາຍ, ຍິງ 1 ສະຫາຍ; ເລືອກໄດ້ 13 ສະຫາຍ, ຍິງ 1 ສະຫາຍ. ພ້ອມນີ້, ກອງປະຊຸມ ຍັງໄດ້ເປັນເອກະພາບສົມບູນເລືອກຕັ້ງ ເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກແຂວງ ຄື: ສະຫາຍ ອາລຸນໄຊ ສູນນະລາດ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ສຸພາບ ທຳມະຮັກສາ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ສຸກສະຫວັນ ວິໄລວົງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ. ກອງປະຊຸມໄດ້ເລືອກເອົາປະທານກວດກາ ແລະ ຮອງປະທານກວດກາຄະນະພັກແຂວງ ຄື: ສະຫາຍ ບຸນຄົງ ພັນວົງສາ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ສີສຸກ ພົງພິຈິດ, ສະຫາຍ ຈິດສະໝອນ ບຸດຕິວົງ ແລະ ສະຫາຍ ບົວສອນ ວົງຫາຈັກ ເປັນຮອງປະທານຄະນະກວດກາພັກແຂວງ. ຕອນທ້າຍ, ກອງປະຊຸມໃຫຍ່ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ຜູ້ຊີ້ນໍາວຽກງານຮອບດ້ານແຂວງຈຳປາສັກ.