ເຈົ້າແຂວງຈຳປາສັກ ພ້ອມຄະນະ ຕ້ອນຮັບອຸປະທູດຊົ່ວຄາວ, ຮອງທູດຮົງກາຣີ

11/10/2025

ເຈົ້າແຂວງຈຳປາສັກ ພ້ອມຄະນະ ຕ້ອນຮັບອຸປະທູດຊົ່ວຄາວ, ຮອງທູດຮົງກາຣີ

        ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ Zoltan SZABO ອຸປະທູດຊົ່ວຄາວ, ຮອງທູດຮົງກາຣີ ເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການແຂວງຈຳປາສັກ. ໃນໂອກາດມາຢ້ຽມຢາມ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຮົງກາຣີ ແລະ ລາວ ກໍ່ຄື ແຂວງຈໍາປາສັກ ໃນຕໍ່ໜ້າ.  ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ສະແດງການຕ້ອນຮັບ ທ່ານ Zoltan SZABO ອຸປະທູດຊົ່ວຄາວ, ຮອງທູດຮົງກາຣີ ພ້ອມຄະນະ ທີ່ໄດ້ມາຢ້ຽມຢາມແຂວງຈຳປາສັກໃນຄັ້ງນີ, ເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຮົງກາຣີ ແລະ ລາວ, ໂດຍສະເພາະ ແມ່ນແຂວງຈຳປາສັກ ຊຸກຍູ້ການຮ່ວມມືວຽກງານເສດຖະກິດ, ການຄ້າ ແລະ ການພັດທະນາພື້ນຖານໂຄງລ່າງຕົວເມືອງ. ເຊິ່ງຈຸດປະສົງຂອງການຢ້ຽມຢາມຂອງທ່ານ Zoltan SZABO ຄັ້ງນີ້ ແມ່ນເພື່ອສຶກສາຮຽນຮູ້ກ່ຽວກັບ ແຂວງຈຳປາສັກ ທີ່ເປັນສູນກາງດ້ານເສດຖະກິດທີ່ສໍາຄັນຂອງ ສປປ ລາວ ແລະ ສຶກສາຄວາມເປັນໄປໄດ້ໃນການຮ່ວມມື ລະຫວ່າງ ລາວ ແລະ ຮົງກາຣີ ໃນຫຼາຍຂົງເຂດ ເຊັ່ນ: ທຸລະກິດ, ການລົງທຶນ, ການພັດທະນາພື້ນຖານໂຄງລ່າງຕົວເມືອງ ແລະ ການບໍລິການ, ການຄົ້ນຄວ້າວິໄຈ ແລະ ການສຶກສາ, ພ້ອມດຽວກັນນີ້, ທັງສືບຕໍ່ຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ຮົງກາຣີ ໃນໄລຍະຕໍ່ໜ້າ ນຳອີກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ